ແອັບເປິ້ນວັນໃຫ້ທ່ານເພີດເພີນກັບການສະໝັກສະມາຊິກຂອງແອັບເປິ້ນໄດ້ງ່າຍໆ

  Apple ປະກາດເປີດໂຕ Apple One ຊຶ່ງເປັນວິທີທີ່ງ່າຍທີ່ສຸດໃນການຮັບບໍລິການແບບສະໝັກສະມາຊິກທັງໝົດຂອງແອັບເປິ້ນຕັ້ງແຕ່ Apple Music, Apple TV+,Apple Arcade ໄປຈົນເຖິງ iCloud ໂດຍລວມທັງໝົດໄວ້ໃນແຜນທີ່ລຽບງ່າຍພຽງແຜນດຽວ.

  ລູກຄ້າໃນຫຼາຍກວ່າ 100 ປະເທດ ແລະພາກພື້ນສາມາດສະໝັກເປັນສະມາຊິກພຽງຄັ້ງດຽວເພື່ອເພີດເພີນກັບບໍລິການຕ່າງໆຂອງ  Apple ທີ່ພວກເຂົາມັກໄດ້ບົນຫຼາກຫຼາຍອຸປະກອນຄື: iPhone,  iPad, iPod touch, Apple TV ແລະMac.

  Eddy Cue ຮອງປະທານອາວຸໂສຝ່າຍຊອຟແວຣອິນເຕີເນັດ ແລະບໍລິການກ່າວວ່າ “Apple One ຊ່ວຍໃຫ້ທ່ານເພີດເພີນກັບບໍລິການແບບສະໝັກສະມາຊິກຂອງ Apple ຄື Apple Music, Apple TV+,Apple Arcade, iCloud ແລະອື່ນໆໄດ້ງ່າຍຍິ່ງກວ່າທີ່ເຄີຍ” ເມື່ອໃຊ້ Apple One ທ່ານຈະສາມາດເຂົ້າເຖິງຄວາມບັນເທີງທີ່ດີທີ່ສຸດຂອງ Apple ໄດ້ບົນອຸປະກອນໂປດທຸກເຄື່ອງຂອງທ່ານຜ່ານການສະໝັກສະມາຊິກງ່າຍໆພຽງຄັ້ງດຽວ.

  ນັບຕັ້ງແຕ່ທ້າຍປີນີ້ເປັນຕົ້ນໄປລູກຄ້າທີ່ມີການສະໝັກສະມາຊິກ Apple ຈະໄດ້ຮັບການແນະນຳແຜນ Apple One ທີ່ເໝາະສຳລັບແຕ່ ລະຄົນເພື່ອທີ່ລູກຄ້າຈະສາມາດລົງທະບຽນເຂົ້າຮ່ວມໄດ້ດ້ວຍການແຕະພຽງຄັ້ງດຽວບົນອຸປະກອນ Apple ທຸກເຄື່ອງ ແລະຮັບບໍລິການໄດ້ຫຼາຍຂຶ້ນໃນລາຄາທີ່ຖືກລົງ.

----

ໜັງສືພິມ ເສດຖະກິດ-ສັງຄົມ