ປກສ ຄຳມ່ວນ ເຜີຍແຜ່ລະບຽບການສັນຈອນ ໃຫ້ໂຮງຮຽນຊົນເຜົ່າ

  ໃນວັນທີ 21 ຕຸລາ ຜ່ານມາພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນໄດ້ລົງໂຄສະນາກົດລະບຽບການສັນຈອນຕາມທ້ອງຖະ ໜົນຫຼວງໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າເມືອງທ່າແຂກ ແຂວງຄຳມ່ວນໂດຍການນຳພາຂອງທ່ານ ພັຕ ບຸນເລີດ ພີມມະເສນຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນເຂົ້າຮ່ວມມີທ່ານຮອງຫົວໜ້າອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

  ໃນການລົງມາໂຄສະນາຄັ້ງນີ້ທ່ານ ພັຕ ບຸນເລີດ ພີມມະເສນຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ແຂວງແມ່ນໄດ້ນໍາເອົາດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 188/ ນຍ, ລົງວັນທີ 3/7/2007 ວ່າດ້ວຍການປັບໄໝ ແລະມາດຕະການຕ່າງໆຕໍ່ຜູ້ລະເມີດລະ ບຽບກົດຫມາຍກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະການປົກປັກຮັກສາທາງຫຼວງໂດຍເນັ້ນໃສ່ລະບຽບກົດໝາຍການຂັບຂີ່ລົດຈັກທີ່ນັກຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ລົດໄວເກີນກໍານົດ, ຂັບຂີ່ລົດດ້ວຍຄວາມປະຫມາດ, ບໍ່ເຄົາ ລົບກົດລະບຽບການສັນຈອນ, ການດັດແປງສະພາບເຕັກນິກຂອງລົດ ແລະອື່ນໆທີ່ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະເຮັດໃຫ້ເກີດອຸບັດເຫດຕາມທ້ອງຖະໜົນຫຼວງທີ່ສົ່ງຜົນກະທົບຕໍ່ຊີວິດ ແລະຊັບສີນຂອງຜູ້ຂັບຂີ່.

  ຈຸດປະສົງກໍ່ເພື່ອເຮັດໃຫ້ພະນັກງານຄູ-ອາຈານ ແລະນັກຮຽນພາຍໃນໂຮງຮຽນດັ່ງກ່າວໄດ້ຮັບຮູ້ ແລະເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບັດ ເຫດທີ່ສົ່ງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະຊັບສິນໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດໃຊ້ຖະໜົນມີສະຕິຕື່ນຕົວເຄົາລົບລະບຽບກົດໝາຍເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ, ປັດສະຈາກການເກີດອຸບັດເຫດບົນທ້ອງຖະ ໜົນຫຼວງເພື່ອຮັບປະກັນໃຫ້ຊັບສິນສ່ວນຕົວ ແລະຊັບສິນສ່ວນລວມຂອງຊາດບໍ່ສູນຫາຍ, ສໍາລັບຜູ້ທີ່ລະເມີດຄັ້ງທໍາອິດເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະໄດ້ສຶກສາອົບຮົມກ່າວເຕືອນ, ຫາກລະເມີດຄັ້ງທີ 2 ຈະໄດ້ເຮັດບົດບັນທຶກພ້ອມວາງມາດຕະການຕໍ່ຜູ້ລະເມີດ, ຖ້າຫາກຍັງຝືນລະເມີດເປັນຄັ້ງທີ 3 ທາງເຈົ້າໜ້າທີ່ຈະໄດ້ປັບໄໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.

  ຈາກນັ້ນທ່ານ ຮອ ແກ້ວວິເສດ ລໍວັນໄຊພະນັກງານກອງໂຄສະນາພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນໄດ້ຂຶ້ນບັນລະຍາຍໃຫ້ຮູ້ກ່ຽວກັບຄວາມໝາຍຄວາມສຳຄັນຂອງບັນດາປ້າຍເຕືອນ, ປ້າຍຫ້າມຕ່າງໆ ແລະບັນຫາການເພີ້ມຂຶ້ນຂອງຍານພາຫະນະທີ່ສົ່ງຜົນກະທົບເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມແອອັດ, ພ້ອມກັນນັ້ນຍັງໄດ້ສ້າງກິດຈະກຳການຖາມ-ຕອບກ່ຽວກັບຄວາມຮູ້ພື້ນຖານຂອງການຂັບຂີ່ເພື່ອແກ້ຂໍ້ຄ່ອງໃຈໃນການຂັບຂີ່, ການໃຊ້ລົດໃຊ້ຖະໜົນໃຫ້ຖືກຕ້ອງຕາມລະບຽບການສັນຈອນ.

----

ໂດຍ: ແກ້ວດວງສອນ