ສຶກສາ ສະຫວັນນະເຂດ ປະກາດພະນັກງານເຂົ້າບຳນານ

  ເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກີລາແຂວງໄດ້ຈັດພິທີປະກາດ ແລະຈັດສົ່ງພະນັກງານເຂົ້າຮັບອຸດໜູນບຳນານ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນຫົວໜ້າພະແນກສືກສາທິການ ແລະກີລາແຂວງສະຫວັນນະເຂດ, ມີບັນດາຫົວໜ້າຮອງຫົວໜ້າຂະແໜງການອ້ອມຂ້າງພະແນກ, ພະນັກງານຄູ-ອາຈານເຂົ້າຮ່ວມ.

  ທ່ານ ວັນປະເສີດ ແກ້ວມະນີໄຊຫົວໜ້າຂະແໜງຈັດຕັ້ງພັກພະນັກງານພະແນກສືກສາທິການ ແລະກີລາແຂວງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດອອກພັກການເພື່ອຮັບອຸດໜູນບຳນານລັດຖະມົນຕີກະຊວງສືກສາທິການ ແລະກີລາຕົກລົງເຫັນດີໃຫ້ທ່ານ ນາງ ພອນເພັດ ສຸດທິໄຊຍະລາດພັກການເພື່ອຮັບອຸດໜູນບຳນານນັບແຕ່ວັນທີ 1 ຕຸລາ 2020 ລວມອາຍຸການ 35 ປີ ສັງກັດຢູ່ໂຮງຮຽນມັດທະຍົມສົມບູນໂພນສະຫວັນ, ທ່ານ ຄຳພັນພັກການເພື່ອຮັບອຸດໜູນບຳນານນັບແຕ່ວັນທີ 1 ຕຸລາ 2020 ລວມອາຍຸການ 35 ປີສັງກັດຢູ່ສູນສືກສານອກໂຮງຮຽນ, ທ່ານ ນາງ ສູນທະລາ ອາມາລາ ທິທາດາລວມປີການທັງໝົດ 36 ປີ ສັງກັດຢູ່ພະແນກສືກສາທິການ ແລະກີລາແຂວງ ແລະທ່ານ ບຸນເນ ໄຊຍະສານລວມປີການທັງໝົດ 37 ປີ ສັງກັດຢູ່ສູນການສືກສານອກໂຮງຮຽນພ້ອມທັງຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສືກ ສາທິການ ແລະກີລາວ່າດ້ວຍການຍ້ອງຍໍພະນັກງາານບຳນານຈຳນວນ 186 ທ່ານ ຍິງ 88 ທ່ານທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະສະຕິປັນຍາເຂົ້າໃນວຽກງານການສືກສາ ແລະກີລາແຂວງສະຫວັນນະເຂດ, ໃນພິທີຍັງໄດ້ມີການມອບຂອງຂວັນຈາກທ່ານຫົວໜ້າພະແນກສຶກສາທິການ ແລະກີລາ, ບັນດາຂະແໜງການໜ່ວຍງານພາຍໃນພະແນກ ແລະບັນດາຄູ-ອາຈານໃຫ້ກຽດມອບໂດຍທ່ານ ນາງ ຫຼິງທອງ ແສງຕາວັນ.

----

ໜັງສືພິມ ເສດຖະກິດສັງຄົມ