ສວນເສືອປ່າ ລີສອດແຫຼ່ງທ່ອງທ່ຽວເໝາະແກ່ການພັກຜ່ອນ

  ສວນເສືອປ່າລີສອດສວນອາຫານເປັນອີກແຫຼ່ງທ່ອງທ່ຽວທີ່ເຕັມໄປດ້ວຍບັນຍາກາດທຳມະຊາດ ແລະບວກກັບການພັດທະນາຂອງນັກທຸລະກິດທີ່ມີມູມມອງອຸດົມການອັນໄກໃນການຕົບແຕ່ງສະຖານທີ່ໃຫ້ມີຄວາມສວຍງາມ,ສະຫງົບປອດໄພພ້ອມມີບໍລິການອາຫານ,ທີ່ພັກ ແລະອື່ນໆ ທີ່ເໝາະສົມກັບຄົນທີ່ມັກຮັກໃນການພັກຜ່ອນທ່ອງ ທ່ຽວເປັນແບບຄອບຄົວ, ໝູ່ຄູ່ປະຈຸບັນສັງຄົມໃຫ້ຄວາມສົນໃຈເປັນຈຳນວນຫຼາຍ.

 ທ່ານ ນາງ ວັດທະນາ ຣາຊາສົມບັດ ເຈົ້າຂອງສວນເສືອປ່າລີສອດສວນອາຫານໃຫ້ສຳພາດວ່າ: ກ່ອນເປີດເປັນແຫຼ່ງທ່ອງທ່ຽວຍ້ອນຕົນເອງ ແລະຄອບຄົວເປັນຄົນທີ່ມັກຮັກການທ່ອງທ່ຽວພັກຜ່ອນແບບທຳມະຊາດທາງຄອບຄົວກໍ່ປຶກສາກັນເຮັດແຫຼ່ງທ່ອງທ່ຽວຂຶ້ນເພາະດິນກໍ່ເປັນຂອງຕົນເອງໂດຍລົງມືເປີດໃຫ້ບໍລິການມາຕົ້ນປີ 2019 ມີເນື້ອທີ່ 30 ເຮັກຕາຈຸດໂດດເດັ່ນເປັນເອກະລັກວິວພູ, ສາຍນໍ້າ, ຕົ້ນໄມ້ໃຫຍ່ພິເສດຈະມີວິວພູຍາມເຊົ້າເຫັນຕາເວັນຂຶ້ນ ແລະ ຕາເວັນຕົກງົດງາມສ່ວນຍາມຄໍ່າເຫັນດວງເດືອນສວຍງາມຊຶ່ງນັບເປີດບໍລິການມາຖືວ່າສັງຄົມໃຫ້ຄວາມສົນໃຈເປັນຈຳນວນຫຼາຍໃນແຫຼ່ງທ່ອງທ່ຽວທີ່ມີຫຼາຍສີສັນກິດຈະກຳທີ່ໄປສຳພັກແລ້ວປະທັບໃຈ.

 ແຫຼ່ງທ່ອງທ່ຽວສວນເສືອປ່າເພີ່ນຈະມີບໍລິການອາຫານ, ສະລອຍນໍ້າ, ເຄື່ອງຫຼິ້ນເດັກນ້ອຍ, ບ່ອນຊົມວິວຖ່າຍຮູບຕິດທຳມະຊາດ, ລອງເຮືອພິເສດທາງສວນມີບໍລິການແບບປິກນິກແບບໝູ່ຄູ່, ຄອບຄົວຫຼືຄົນພິເສດ, ຊຶ່ງລາຄາອາຫານເພິ່ນເລີ່ມແຕ່ 15 ພັນກີບຫາ 50 ພັນກີບ, ນອກນີ້ມີເຕັ້ນບໍລິການ 20 ເຕັນພັດລົມ, ຫ້ອງນອນຕິດແອ 100 ຫ້ອງລາຄາຈະເລີ່ມແຕ່ແສນຫ້າສີບພັນກີບຮອດຫ້າແສນກີບນອກຈາກມີບໍລິການເວົ້າມາເພິ່ນຍັງມີກິດຈະກຳລ່ອງເຮືອນໍ້າງື່ມກິນປາທຳມະຊາດ ແລະ ອື່ນໆຫຼາຍຢ່າງແບບວ່າມາບ່ອນດຽວຄົບຈົບທຸກຢ່າງຄວາມມ່ວນຊື່ນ, ທີ່ສຳຄັນແຫຼ່ງທ່ອງທ່ຽວເພິ່ນສ້າງວຽກເຮັດງານທຳປະຊາຊົນບໍລິເວນ 50 ຄົນ.

  ສະຖານທີ່ສວນເສືອປ່າຂອງເພິ່ນແມ່ນຕັ້ງຢູ່ແຂວງວຽງຈັນບ້ານນາເຜີຍ ເມືອງທຸລະຄົມ ທາງເຂົ້າສວນສັດບ້ານເກີນກາຍໄປປະປານ 6 ກິ ໂລແມັດ.