ທາບທາມຍຸດທະສາດແຫ່ງຊາດເພື່ອພັດທະນາວຽກງານຊົນເຜົ່າຢູ່ບໍ່ແກ້ວ

  ຊົນເຜົ່າແມ່ນກຸ່ມສັງຄົມ ຫຼືໝວດໜຶ່ງຂອງປະຊາຊົນທີ່ເປັນໜຶ່ງດຽວໃນເອກະລັກຂອງຊາດ ຫຼືວັດທະນະທຳ,ຊຶ່ງໃນວັນທີ 21 ຕຸລາຜ່ານມານີ້ກົມຊົນເຜົ່າ ແລະສາສະ ໜາກະຊວງພາຍໃນຮ່ວມກັບແຂວງບໍ່ແກ້ວຈັດກອງປະຊຸມທາບທາມຍຸດທະສາດແຫ່ງຊາດເພື່ອວຽກງານຊົນເຜົ່າຂຶ້ນທີ່ຫ້ອງວ່າການແຂວງບໍ່ແກ້ວໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະ ປັນຮອງເຈົ້າແຂວງໆບໍ່ແກ້ວ, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະສາສະໜາກະຊວງພາຍໃນ, ມີແຂກຮັບເຊີນຈາກພາກ ສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

 ທ່ານ ສີສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ ແລະສາສະໜາກະຊວງພາຍໃນໄດ້ຜ່ານຮ່າງບົດລາຍງານຍຸດທະສາດແຫ່ງຊາດເພື່ອການພັດທະນາວ່ຽກງານຊົນເຜົ່າປີ 2021-2030 ແລະວິໄສທັດຮອດ ປີ 2035, ການພັດທະນາຊົນເຜົ່າໃນໄລຍະຜ່ານມາໄດ້ສົ່ງຜົນເຮັດໃຫ້ຊີວິດການເປັນຢູ່ຂອງບັນດາຊົນເຜົ່າດີຂຶ້ນເປັນກ້າວໆ, ເພື່ອຮັບປະກັນໃຫ້ ສປປ ລາວ ມີຄວາມສະຫງົບດ້ານການເມືອງຢ່າງໜັກແໜ້ນ, ການປົກຄອງມີສະຖຽງລະພາບ, ສັງຄົມມີຄວາມລະບຽບຮຽບຮ້ອຍ ແລະສ້າງເງື່ອນໄຂອັນສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; ພ້ອມກັນນີ້ປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດຢູ່ໃນດິນແດນ ສປປ ລາວ ມີຄວາມສາມະຄີປອງດອງເປັນປືກແຜ່ນແໜ້ນໜາ,ມີຄວາມສະເໝີພາບທຸກດ້ານ,ຍຸດທະສາດການພັດທະນາວຽກງານຊົນເຜົ່າແຫ່ງຊາດເປັນນິຕິກໍາທີ່ກໍານົດເອົາບັນຫານະໂຍບາຍດ້ານຕ່າງໆໃນການພັດທະ ນາວຽກງານຊົນເຜົ່າບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນທັງພາກລັດ ແລະເອກະຊົນເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດຊົນນະບົດຫ່າງໄກຊອກຫຼີກທຸລະກັນດ້ານໄດ້ຮັບການພັດທະນາ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນກ້າວໄປສູ່ການຫຼຸດຜ່ອນຄວາມແຕກໂຕນກັນດ້ານການພັດທະນາລະຫວ່າງເຂດຕົວເມືອງ ແລະຊົນນະບົດຫ້າງໄກຊອກຫຼີກທຸກດ້ານ.

  ປະຈຸບັນ ສປປ ລາວລວມມີ 50 ຊົນເຜົ່າ, ປະກອບມີ 4 ໜວດ ຄື: ໝວດພາສາລາວ-ໄຕມີ 8 ຊົນເຜົ່າ, ໝວດພາສາມອນ-ຂະແມມີ 33 ຊົນເຜົ່າ, ມົ້ງ-ອິວມຽນ ມີ 2 ຊົນເຜົ່າ ແລະໝວດພາສາຈີນຕີເບດມີ 7 ຊົນເຜົ່າ, ເປັນປະເທດທີ່ປະກອບດ້ວຍຫຼາຍຊົນເຜົ່າມີການດໍາລົງຊີວິດທີ່ແຕກຕ່າງກັນ, ແຕ່ມີຄວາມສາມະຄີຜູກພັນຢູ່ຮ່ວມກັນໂດຍສັນຕິບໍ່ເຄີຍມີຊົນເຜົ່າໃດໜຶ່ງກົດຂີ່ ຫຼືຄອບຄອງຊົນເຜົ່າອື່ນໆ. 

---------

ຂຽນໂດຍ: ກອງຄຳ. ຮູບພາບ#ຫນັງສືພິມເສດຖະກິດສັງຄົມ