ນໍ້າຖ້ວມໜັກໃນອາຟຣິກາກະທົບ 3,6 ລ້ານຄົນ

  ສປຊ ເປີດເຜີຍວ່ານໍ້າຖ້ວມ -ດິນເຈື່ອນສົ່ງຜົນກະທົບຕໍ່ການກຳລົງຊີວິດປະຊາກອນອາຟຣິກາຕາເວັນອອກ 3,6 ລ້ານຄົນ.

 ຕາມຂ່າວຕ່າງປະເທດລາຍງານວ່າຫ້ອງການປະສານງານບັນຫາດ້ານມະນຸດສະທຳຂອງສະຫະປະຊາຊາດ(OCHA) ໃຫ້ຮູ້ວ່າ: ນັບຕັ້ງແຕ່ເດືອນມິຖຸນາຜ່ານມາ,ເກີດນໍ້າຖ້ວມ ແລະດິນເຈື່ອນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນອາຟຣິກາທາງພາກຕາເວັນອອກ 3,6 ລ້ານຄົນ. OCHA ລະບຸວ່ານໍ້າຖ້ວມໃນຄັ້ງນີ້ສົ່ງຜົນກະທົບເຖິງການດຳລົງຊີວິດຂອງປະຊາກອນຫຼາຍລ້ານຄົນໃນພາກພື້ນນີ້ ແລະຕ້ອງຜະເຊີນກັບຄວາມຂັດແຍ້ງ,ຄວາມຮຸນແຮງ,ການແຜ່ລະບາດຂອງພະຍາດໂຄວິດ-19 ນັບມື້ມີຄວາມຫຍຸ້ງຍາກຂື້ນ.

   ໃນຂະນະດຽວກັນນັ້ນ, ນໍ້າຖ້ວມໄດ້ເຮັດໃຫ້ປະຊາກອນເກືອບ 1,1 ລ້ານຄົນ ຢູ່ເອທີ ໂອປີ ໄດ້ຮັບຜົນກະທົບໃນນັ້ນປະຊາຊົນຫຼາຍກວ່າ 313.000 ຄົນ ຕ້ອງອົບ ພະຍົບອອກຈາກທີ່ຢູ່ອາໄສ. ສ່ວນຊູດັງໃຕ້ລວມມີ 856.000 ຄົນ ແລະອື່ນໆ.