ມຕ ສົງລະຄອນສີ ສະຫຼອງວັນຄູແຫ່ງຊາດ

  ວັນທີ 23 ຕຸລາ ຜ່ານມາ ໂຮງຮຽນ ມຕ ສົງລະຄອນສີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ (1994-2020) ໃຫ້ກຽດເຂົ້າຮ່ວມຂອງພະອາຈານ ບຸນເລີດ ສີສຸລາດ ປະທານ ອພສ ເມືອງ, ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ພະອາຈານ ແສງມະນີ ສຸວິໄລຄຳຫົວໜ້າຫ້ອງການກຳມະ ທິການສຶກສາສົງແຂວງສາລະວັນ, ພະອາຈານ ສຸບິນ ກໍລະກັນ ຜູ້ອໍານວຍການໂຮງຮຽນ ມຕ ສົງລະຄອນສີ, ມີບັນດາພະອາຈານເຈົ້າອະທິການວັດຕ່າງໆ ແລະປະທານແນວພ້ອມດ້ວຍຄູບາ, ອາຈານສຳມະເນນ, ອົງການຈັດຕັ້ງບ້ານເຂົ້າຮ່ວມ.

   ທ່ານ ທົງໄຊ ຮອງຜູ້ອຳນວຍການໂຮງຮຽນ ມຕ ສົງລະຄອນສີໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ 7 ຕຸລາ ເພື່ອລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງນາຍຄູຄຳກໍ່ຄືນາຍຄູທົ່ວປະເທດລາວຈຶ່ງມີຄວາມເອກອ້າງທະນົງໃຈ ແລະມີຄວາມຈຳເປັນຕ້ອງໃຫ້ມີວັນຄູແຫ່ງຊາດໂດຍກຳນົດເອົາວັນເຂົ້າລາສະການຂອງນາຍຄູຄຳຊຶ່ງແມ່ນວັນຄູແຫ່ງຊາດລາວຄົນທຳອິດຄື: ໂດຍກຳນົດເອົາວັນທີ 7 ຕຸລາ ຂອງທຸກໆປີເປັນວັນຄູແຫ່ງຊາດເພື່ອໃຫ້ຄົນລາວທຸກຊັ້ນຄົນໃນວົງຄະນະຍາດໄດ້ມີໂອ ກາດທົບທວນເຖິງວິວັດທະນາການແຫ່ງຊີວິດຂອງຕົນໃນແຕ່ລະໄລຍະ, ເພື່ອເປັນການເຊີດຊູກຽດສັກສີຖານະບົດບາດຂອງຄູຕໍ່ສັງຄົມຄຸນງາມຄວາມດີຂອງຄູທີ່ມີຕໍ່ປະ ເທດຊາດຈະໄດ້ຮັບການຍົກສູງຈາລຶກໄວ້ໃນສັງຄົມລາວຕະຫຼອດໄປທັງນີ້ກໍ່ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນດາຄູ-ອາຈານທີ່ໄດ້ຖ່າຍທອດບົດຮຽນ,ຄວາມຮູ້ໃຫ້ແກ່ຕົນ.

  ໃນພິທີດັ່ງກ່າວໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນສອນດີ, ສອນເກັ່ງໃນວຽກງານການສຶກສາໃນໄລຍະຜ່ານມາມີຫຼາຍອັນທີ່ພົ້ນເດັ່ນ, ໄດ້ຮັບການພັດ ທະນາຂຶ້ນເລື້ອຍໆ.