ສ້າງຕັ້ງໜ່ວຍຊາວໜຸ່ມໂຮງຮຽນຫ້ວຍຫອຍ

ເມື່ອອາທິດຜ່ານມາຢູ່ໂຮງຮຽນປະຖົມສົມບູນບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສ້າງຕັ້ງອົງການຈັດຕັ້ງມະຫາຊົນໂຮງຮຽນອະນຸບານ-ປະຖົມ, ມຕ ຫ້ວຍຫອຍ ແລະ ມສ ຫ້ວຍຫອຍໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳທອງ ກອງມະນີ ຮອງເລຂາພັກບ້ານຫ້ວຍຫອຍ, ມີຮອງເລຂາຊາວໜຸ່ມເມືອງ, ຮອງປະທານສະຫະພັນແມ່ຍິງເມືອງ ແລະບັນດາສະມາຊິກຊາວໜຸ່ມ, ແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.

  ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງເລກທີ 018/ ຊໜ. ມວທ ວ່າດ້ວຍການສ້າງຕັ້ງໜ່ວຍຊາວໜຸ່ມ ມຕ ຫ້ວຍຫອຍ, ຂໍ້ຕົກ ລົງເລກທີ 017/ຊໜ.ມວທ ວ່າດ້ວຍການແຕ່ງຕັ້ງເລຂາຄະນະໜ່ວຍຊາວໜຸ່ມ ມຕ ຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງທ່ານ ເຄນທອງ ພະຄອນຄຳ ເປັນເລຂາ, ທ່ານ ລັດດາວີ ຈັນທະມາດເປັນຮອງ ແລະທ່ານນາງ ແກ້ວມະນີ ພົມມະສີ ເປັນຄະນະ, ຜ່ານຂໍ້ຕົກລົງປະທານສະຫະພັນແມ່ຍິງເມືອງເລກທີ 268/ສຍມ ວ່າດ້ວຍການສ້າງຕັ້ງສະຫະພັນແມ່ຍິງໜ່ວຍອະນຸບານ-ປະຖົມຫ້ວຍຫອຍ, ຂໍ້ຕົກລົງເລກທີ 268/ສຍມ ວ່າດ້ວຍການແຕ່ງຕັ້ງຄະນະສະຫະພັນແມ່ຍິງໜ່ວຍໂຮງຮຽນອະນຸບານ-ປະຖົມຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງທ່ານ ນາງ ອອນ ຫວານມະນີ ເປັນປະທານ, ທ່ານ ນາງ ຜົມ ໄຊສຸວົງ ເປັນຮອງ ແລະ ທ່ານ ນາງ ຄຳພາ ແກ້ວມຸນທາ ເປັນຄະນະ ແລະຜ່ານຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງເມືອງ ເລກທີ 267/ສຍມ ວ່າດ້ວຍການສ້າງຕັ້ງສະຫະພັນແມ່ຍິງຂັ້ນຮາກຖານ ມສ ຫ້ວຍຫອຍ, ຂໍ້ຕົກລົງເລກທີ 269/ສຍມ ວ່າດ້ວຍການແຕ່ງຕັ້ງຄະນະສະຫະພັນແມ່ຍິງຂັ້ນຮາກຖານ ມສ ຫ້ວຍຫອຍ ໂດຍໄດ້ແຕ່ງຕັ້ງທ່ານນາງ ພວງ ກອງມະນີ ເປັນປະທານ, ທ່ານນາງ ອອນ ຫວານມະນີ ເປັນຮອງ, ທ່ານນາງ ກ້ວຍ ແສງວິໄລ ເປັນກຳມະການ ແລະທ່ານນາງ ຜົມ ໄຊສຸວົງ ເປັນຄະນະ.

  ການສ້າງຕັ້ງອົງການຈັດຕັ້ງມະຫາຊົນກໍ່ເພື່ອເປັນການເພີ່ມພາລະບົດບາດໃຫ້ແກ່ອົງການໆສຶກສາໃນການເຄື່ອນໄຫວວຽກງານທາງດ້ານການເມືອງເພາະອົງການຈັດ ຕັ້ງມະຫາຊົນມີພາລະບົດບາດໃນການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງພັກ, ເປັນບ່ອນເຕົ້າໂຮມຄວາມສາມັກຄີທັງເປັນບ່ອນຝຶກຝົນຫຼໍ່ຫຼອມພະນັກງານເພື່ອກ້າວຂຶ້ນເປັນສະມາຊິກພັກ-ເປັນພະນັກງານຫຼັກແຫຼ່ງນຳພາທີ່ມີຄວາມສາມາດເຂັ້ມແຂງຮອບດ້ານ.

ໜັງສືພິມເສດຖະກິດ-ສັງຄົມ