ເມືອງໄຊຍະບູລີ ເຜີຍແຜ່ດຳລັດວ່າດ້ວຍວຽກງານຊົນເຜົ່າ

  ເມື່ອວັນທີ 27 ຕຸລາ 2020, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດເຜີຍແຜ່ດຳລັດວ່າດ້ວຍວຽກງານຊົນເຜົ່າ ແລະຝຶກອົບຮົມການປະເມີນຜົນພະນັກງານ-ລັດຖະກອນຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງ ທ່ານ ຄຳຜາຍ ແກ້ວບົວ ຮອງເລຂາພັກເມືອງຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກພະ ນັກງານຂັ້ນເມືອງ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

  ໃນໂອກາດດັ່ງກ່າວ, ທ່ານ ຄຳຜາຍ ແກ້ວບົວ ໄດ້ກ່າວເປີດພິທີ, ພ້ອມທັງເຜີຍແຜ່ດຳລັດເລກທີ 207/ລບ ລົງວັນທີ 20 ມີນາ 2020 ວ່າດ້ວຍວຽກງານຊົນເຜົ່າຊຶ່ງປະກອບມີທັງໝົດ 3 ໝວດ 23 ມາດຕາ; ເຜີຍແຜ່ດຳລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017; ເຜີຍແຜ່ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດດຳລັດການປະເມີນຜົນສະບັບເລກທີ 06/ພນ, ລົງວັນທີ 2 ພຶດສະພາ 2018 ແລະຄູ່ມືແນະນໍາການຈັດຕັ້ງປະຕິບັດການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນສະບັບເລກທີ 01/ປພລ, ລົງວັນທີ 29 ສິງຫາ 2018.

 ຈາກນັ້ນກໍ່ໄດ້ທົດລອງປະຕິບັດຕົວຈິງລະບົບສັງລວມຄະແນນວຽກງານການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ,ນໍາສະເໜີລະບົບປະເມີນຜົນຜ່ານ Excel. ຈຸດປະສົງແມ່ນເພື່ອກໍານົດຫຼັກການລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງຕິດຕາມວຽກງານຊົນເຜົ່າເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບເຮັດໃຫ້ຊົນເຜົ່າຕ່າງໆມີຄວາມສາມັກຄີປອງດອງສະເໝີພາບເຄົາລົບນັບຖືຊ່ວຍເຫຼືອເຊິ່ງກັນ ແລະກັນຮັບປະກັນການມີສ່ວນຮ່ວມຂອງທຸກເຜົ່າເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງເຜົ່າຕ່າງໆຕາມລັດຖະທຳມະນູນ ແລະກົດໝາຍຂອງ ສປປ ລາວ.