ລື! ກ້ອງໂຊນ້ີ ເອ9 ເອັກຊ໌ຈະມາພ້ອມເຊນເຊີລະດັບ 50 ເອັມພີ ແລະວິດີໂອ 8 ເຄ 30 ພີ

  ສຳລັບຂ່າວລືກ້ອງຕົວໃໝ່ຈາກທາງ Sony ທີ່ຈະເປີດໂຕໃນປີໜ້າໂດຍລືກັນວ່າເປັນ” ກ້ອງລະດັບໂປຣຕົວ TOP ສຸດຂອງ ຄ່າຍ” ຕອນນີ້ມີຂ່າວລືມາອັບເດດເພີ່ມເຕີມວ່າກ້ອງຕົວນີ້ຈະໃຊ້ຊື່ຊີຣີ 9A (ຊຶ່ງອາດຈະເປັນ A9s ຫຼື A9III) ແລະໃຊ້ເຊນເຊີຄວາມລະອຽດສູງເຖິງ 50PMI.

  ສະຫຼຸບຂ່າວລືໃນຕອນນີ້ຂອງ A9X:

- ໂຊນີຈະເປີດໂຕກ້ອງຕົວນີ້ພາຍໃນຕົ້ນປີ 2021, ຈະໃຊ້ຊື່ໃນຊີຣີ A9 (ຊຶ່ງອາດຈະເປັນ A9s ຫຼື A9III), ໃຊ້ເຊນເຊີຄວາມລະອຽດ 50MP, ຖ່າຍວິດີໂອໄດ້ເຖິງ 8K30p ແບບບໍ່ Overheat, ສະເປັກອື່ນໆຄ້າຍຄືກັບ A7sIII (EVF, autofocus), ລາຄາຈະຢູ່ທີ່ປະມານ 4.999-5.999 ໂດລສະຫະລັດ.

  ໂດຍລວມຄິດວ່າກ້ອງຕົວນີ້ອາດຈະອອກມາເພື່ອລົ້ມ EOS  R5 ຂອງ Canon ທີ່ຖ່າຍວິດີໂອໄດ້ໃນລະດັບ 8K ຢ່າງໃດກໍຕາມເຮົາຕ້ອງລໍຖ້າເບິ່ງນຳກັນຕໍ່ໄປວ່າຂ່າວລືນີ້ຈະເປັນຈິງ ຫຼືບໍ່.