ອີ ມິນໂຮ ຢືນຢັນຮ່ວມງານຊີຣີອິນເຕີ ປາຈິງໂກະ

  ພະເອກແຖວໜ້າ ສ.ເກົາຫຼີ ອີມິນໂຮເປີດເຜີຍຢ່າງເປັນທາງການວ່າລາວຈະຮ່ວມສະແດງໃນຊີຣີເລື່ອງປາຈິງໂກະຊຶ່ງຈະອອກອາກາດຜ່ານທາງລະບົບສະຕຣີມິງ Apple TV+.

  ຊີຣີເລື່ອງນີ້ມາຈາກນິຍາຍຂາຍດີຂອງນັກຂຽນ ມິນຈິນອີ ໃນຊື່ດຽວກັນເລົ່າເລື່ອງລາວຂອງຄອບຄົວຄົນ ສ.ເກົາຫຼີທີ່ພັດຖິ່ນ 4 ເຈເນເຣຊັນທີ່ເລຫຼອນໄປທັງ ສ.ເກົາ ຫຼີ, ຍີ່ປຸ່ນ ແລະອາເມລິກາ ໂດຍຊີຣີເລື່ອງນີ້ເປັນໂຄງການອິນເຕີທີ່ຈະໃຊ້ທັງພາສາ ສ.ເກົາຫຼີ, ຍີ່ປຸ່ນ ແລະອັງກິດມີທັງໝົດ 8 ຕອນ ແລະເລີ່ມຖ່າຍທຳຢູ່ ສ.ເກົາຫຼີໃນວັນທີ 26 ຕຸລາທັງມີແຜນຖ່າຍທຳຢູ່ປະເທດການາດາອີກດ້ວຍ, ຊຶ່ງອີມິນໂຮຈະຮັບບົດເປັນຮັນຊູນັກທຸລະກິດທີ່ແສນຮັ່ງມີ ແລະມີອຳນາດເຫຼືອລົ້ນທີ່ຢູ່ເບື້ອງຫຼັງອາດຊະຍາກຳລາວຍັງເປັນນັກສວຍໂອກາດຂະນະດຽວກັນກໍເປັນຊາຍໜຸ່ມທີ່ແສນບໍລິສຸດເມື່ອແຮງປາຖະໜາປ່ຽນເປັນຄວາມຮັກບົດ ບາດຂອງລາວນັ້ນເລິກລັບ ແລະເຊື່ອງຄວາມລັບໄວ້ຫຼວງຫຼາຍຂະນະດຽວກັນກໍສະແຫວງຫາຄວາມຮັກທີ່ຕ້ອງຫ້າມ.

----

ຮຽບຮຽງໂດຍ: ແກ້ວ