ກວດກາແຂວງສາລະວັນ ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ

  ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວວາງອອກ, ມາໃນວັນທີ 23 ຕຸລາຜ່ານມາຄະນະກວດກ ແຂວງສາລະວັນໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ຢູ່ທີ່ຫ້ອງປະຊຸມຂອງຕົນໂດຍການເປັນປະທານຂອງສະຫາຍ ຄຳຈັນ ແຈ່ມສະໝອນ ຄະນະປະຈຳພັກແຂວງປະທານຄະນະກວດກາພັກແຂວງ, ມີບັນດາສະຫາຍແຂກຖືກເຊີນຈາກພາກສ່ວນຕ່າງທີ່ກ່ຽວຂ້ອງ ແລະສະມາຊິກພັກສຳຮອງ-ສົມບູນເຂົ້າຮ່ວມ.

 ສະຫາຍ ເລີດສະໜີ ຈັນສີຍະວົງ ເລຂາໜ່ວຍພັກຮາກຖານຄະນະກວດກາແຂວງກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງເລກທີ 877/ຄຈພຂ.ສວ ລົງວັນທີ 8 ຕຸລາ ປີ 2020 ວ່າດ້ວຍການຕົກລົງອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວຈຳນວນ 1 ສະຫາຍ, ຊຶ່ງໃນໄລ ຍະຜ່ານມາກໍ່ເຫັນໄດ້ວ່າຜູ້ກ່ຽວແມ່ນມີຄວາມບຸກບືນ, ຫ້າວຫັນຕໍ່ການປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ພ້ອມທັງມີຜົນສຳເລັດຫຼາຍດ້ານເປັນກ້າວ, ຊຶ່ງຜູ້ກ່ຽວກໍ່ໄດ້ຮັບການຮຽນສະໜັບສະໜູນ, ຮຽນກົດລະບຽບ ແລະໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນໄລຍະທີ່ເຂົ້າເປັນສະມາຊິກພັກສຳຮອງ.

  ຈາກນັ້ນສະຫາຍ ຄໍາຈັນ ແຈ່ມສະໝອນ ໄດ້ຍ້ອງຍໍຊົມເຊີຍທີ່ສະມາຊິກພັກສົມບູນໃໝ່ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈົນມີຜົນສຳ ເລັດຫຼາຍດ້ານເປັນກ້າວໆໃນໄລຍະຜ່ານມາ ແລະໄດ້ກາຍເປັນສະມາຊິກພັກສົມບູນ, ນັ້ນກໍ່ແມ່ນຄວາມເອົາໃຈໃສ່ຂອງເລຂາ, ຄະນະໜ່ວຍພັກ ແລະສະມາຊິກພັກໄດ້ເອົາໃຈໃສ່ໃນການກໍ່ສ້າງຊຸກຍູ້, ຕິດຕາມຜູ້ກ່ຽວຈົນໄດ້ຮັບຜົນສຳເລັດ ແລະກາຍເປັນສະມາຊິກພັກສົມບູນ, ທັງແມ່ນກຳລັງແຮງໜຶ່ງໃນການປະກອບສ່ວນຜັກດັນໃຫ້ພັກມີຄວາມເຂັ້ມແຂງ, ຈາກນັ້ນກໍ່ໄດ້ຍົກໃຫ້ເຫັນກ່ຽວກັບຄວາມສາມັກຄີພາຍໃນພັກເປັນອັນໜຶ່ງອັນດຽວ, ນອກຈາກນັ້ນກໍ່ແມ່ນດ້ານຄຸນສົມບັດ,ສິນທຳປະຕິວັດ, ຄຸນທາດການເມືອງ,ແບບແຜນວິທີນຳພາເຮັດວຽກ ແລະອື່ນໆຕາມລະບຽບຫຼັກການແນວທາງຂອງພັກວາງອອກ,ເພາະວ່າການນຳພາທີ່ດີແມ່ນການນຳພາທີ່ເປັນແບບຢ່າງພ້ອມທັງສືບຕໍ່ໃນການຝຶກຜົນຫຼໍ່ຫຼອມຕົນເອງໃນຕໍ່ໜ້າ ແລະສູ້ຊົນແກ້ໄຂຈຸດອ່ອນຂໍ້ຄົງຄ້າງຂອງຕົນເອງໃຫ້ເມີດໄປເທື່ອລະກ້າວ, ເພາະວ່າບໍ່ມີໃຜຮູ້ເຮົາທໍ່ເຮົາຮູ້ຕົນເອງດັ່ງນັ້ນເຮົາຕ້ອງແກ້ໄຂຈຸດອອ່ນ-ຂໍ້ຄົງຄ້າງ ຂອງຕົນເອງໃຫ້ເມີດໄປເທື່ອລະກ້າວ ແລະ ຕ້ອງຢຶດໜັ້ນຕໍ່ອຸດົມການຂອງພັກເດີນຕາມເສັ້ນທາງສົງຄົມນິຍົມ ແລະ ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂອງພັກ-ລັດມອບໝາຍ ໃຫ້ເຮັດໃຫ້ມັນສຳເລັດ, ຊຶ່ງໃນໄລຍະຜ່ານພັກຂອງພວກເຮົາກໍ່ໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນກໍ່ແມ່ນການຢຶດອຳນາດ, ການສະຖາປະນາປະເທດຊາດຈົນປະຊາຊົນໄດ້ເປັນເຈົ້າຂອງປະເທດຊາດທີ່ແທ້ຈິ່ງ ແລະບັນຫາອື່ນໆອີກ.

---------

ຂຽນໂດຍ: ສິດຕາ ເພັດວົງສາ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ