ເບຍລາວ ຊຸກຍູ້ຈຳປາສັກ 100 ລ້ານກີບ ຈັດກອງປະຊຸມໃຫຍ່

 ບໍລິສັດ ເບຍລາວ ແຂວງຈຳປາສັກ ໄດ້ມອບນໍ້າດື່ມ ແລະເງິນສົດລວມມູນຄ່າ 100 ລ້ານກວ່າກີບ ໃຫ້ແກ່ແຂວງຈຳປາສັກ ເພື່ອສະໜັບສະໜູນຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ທີ່ຈະເປີດຂຶ້ນໃນມໍ່ໆນີ້.
   ພິທີມອບ-ຮັບເງິນດັ່ງກ່າວໄດ້ມີຂຶ້ນໃນວັນທີ 26 ຕຸລາ 2020 ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກໂດຍການໃຫ້ກຽດກ່າວມອບຂອງທ່ານ ດຳໝີ ສິງດວງຈັນ ຜູ້ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະຜູ້ຈັດການເບຍລາວເຂດພາກໃຕ້ ແລະ ກ່າວຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກມີບັນດາແຂກຜູ້ ໃຫຍ່ບັນດານັກວິຊາການ ແລະພະນັກງານຂອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.
  ຈຸດປະສົງທີ່ບໍລິສັດເບຍລາວແຂວງຈຳປາສັກໄດ້ມອບນໍ້າດື່ມ 100 ແພັກ ແລະເງິນສົດຈຳນວນ 100 ລ້ານກີບ ໃນຄັ້ງນີ້ກໍແມ່ນເພື່ອເປັນການປະກອບສ່ວນທຶນເພື່ອສະໜັບສະໜູນໃຫ້ແກ່ການຮັບໃຊ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ທີ່ຈະໄດ້ມີການຈັດຂຶ້ນໃນມໍ່ໆນີ້ພ້ອມທັງເປັນການປຸກລະດົມສັງຄົມທຸກພາກສ່ວນໃຫ້ໄດ້ຕື່ນຕົວປະກອບສ່ວນທຶນໃຫ້ແກ່ການຈັດກອງປະຊຸມໃນຄັ້ງນີ້ໃຫ້ເຕັມໄປດ້ວຍແກ່ຜົນສຳເລັດ.

-----------------

ຂ່າວ: ພູມະນີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ