ຝຶກອົບຮົມວຽກບັນຊີໃຫ້ພະນັກງານການເງິນແຂວງວຽງຈັນ

 ວັນທີ 27-29 ຕຸລາ 2020 ທີ່ຫ້ອງວ່າການເມືອງວຽງຄຳ ແຂວງວຽງຈັນ ໄດ້ຈັດໃຫ້ມີການເຜີຍແຜ່, ແນະນຳ, ຝຶກອົບຮົມນິຕິກຳກ່ຽວກັບບັນຊີແຫ່ງລັດ ແລະບັນຊີວິສາຫະກິດ, ລະບົບ ບັນຊີວິສາຫະກິດປັບປຸງປີ 2020 ໃຫ້ພະນັກງານຂະແໜງການເງິນ ແລະບັນຊີຂອງຫົວໜ່ວຍທຸລະກິດພາຍໃນແຂວງວຽງຈັນເຂົ້າຮ່ວມມີ ທ່ານ ສັງທອງ ມິດຕາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ທ່ານ ອຸດອນ ທໍາມະວົງສາ ຮອງຫົວໜ້າກົມບັນຊີກະຊວງການເງິນ,ມີບັນດາພະນັກງານວິຊາການຈາກກົມບັນຊີ, ພະນັກງານໃນຂະແໜງການເງິນ ແລະພະນັກງານບັນຊີ-ການເງິນ ຂອງຫົວໜ່ວຍທຸລະກິດພາຍໃນ ແຂວງວຽງຈັນເຂົ້າຮວ່ມ.

 ຈຸດປະສົງກໍ່ເພື່ອເຮັດໃຫ້ພະນັກງານໃນຂະແໜງການເງິນ ແລະຫົວໜ່ວຍທຸລະກິດໂດຍສະເພາະພະນັກງານບັນຊີ-ການເງິນ ຂອງຫົວໜ່ວຍທຸລະກິດໃຫ້ມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບຮູບເເບບເອກະສານລາຍງານການເງິນ, ຜັງບັນຊີ ແລະເຕັກນິກການບັນທຶກບັນຊີໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະມີຄວາມເປັນເອກະພາບກັນໃນຂອບເຂດ ແຂວງວຽງຈັນ.

   ທ່ານ ສັງທອງ ມິດຕາວົງ ກ່າວວ່າ: ເນື້ອໃນຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ, ຈະຖືວ່າເປັນໂອກາດອັນດີສໍາລັບຜູ້ເຂົ້າຮ່ວມເພາະຈະໄດ້ພ້ອມ ກັນຄົ້ນຄວ້າເຊື່ອມຊຶມຮູບແບບເອກະສານລາຍງານການເງິນ, ັງບັນຊີ ແລະເຕັກນິກການບັນທຶກບັນຊີ, ໃຫ້ຖືກຕ້ອງຕາມລະບົບບັນຊີໃໝ່ ( ປີ 2020 ), ໃຫ້ມີຄວາມສອດຄ່ອງກັບພາກພື້ນ ແລະສາກົນພ້ອມທັງສອດຄ່ອງກັບສະພາບເສດຖະກິດຂອງ ສປປ ລາວ, ແນໃສ່ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດເວົ້າລວມ, ເວົ້າສະເພາະແມ່ນ ແຂວງວຽງຈັນ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.