4 ວິທີ ເພີ່ມໃຍອາຫານໃນແຕ່ລະວັນ

  ເຮົາຄວນກິນອາຫານທີ່ມີໃຍອາຫານປະມານ 25 ກຣາມສຳລັບຜູ້ຍິງ 38 ກຣາມສຳລັບຜູ້ ຊາຍ (ອາຍຸບໍ່ເກີນ 50 ປີ) ສ່ວນ ຜູ້ສູງອາຍຸທີ່ມີອາຍຸລາຍກວ່າ 50 ປີຂຶ້ນໄປຄວນກິນໃຍອາຫານ 21-30 ກຣາມ, ດັ່ງນັ້ນເຮົາຈະຮູ້ປະລິມານຂອງໃຍອາຫານທີ່ເຮົາກິນໄດ້ ດ້ວຍການເບິ່ງທີ່ຕາຕະລາງໂພຊະນາການທີ່ກ່ອງບັນຈຸນັ້ນໆໂດຍພະຍາຍາມເລືອກອາຫານທີ່ມີໃຍອາຫານຫຼາຍກວ່າໃນກໍລະນີທີ່ມີຜະລິດຕະພັນໃກ້ຄຽງກັນ ແລະຂໍໃຫ້ສະບາຍໃຈໄດ້ວ່າໃຍອາຫານຍິ່ງກິນຍິ່ງດີຍົກເວັ້ນກໍລະນີຂອງຜູ້ສູງອາຍຸທີ່ບໍ່ຄວນກິນຫຼາຍເກີນໄປ.

  • ກິນຜັກໝາກໄມ້ແທນເຂົ້າໜົມ ຫຼື ອາຫານວ່າງເຊັ່ນ: ກາຣົດ, ບລ໊ອກໂຄລີ້ ແລະອື່ນໆ.
  • ໃສ່ຜັກ ແລະຖົ່ວລົງໄປໃນຊຸບ ຫຼື ແກງທີ່ກິນ.
  • ໃສ່ຖົ່ວ ແລະທັນຍາພືດຕ່າງໆລົງໃນໂຢເກີດ.
  • ເລືອກກິນຜັກໝາກໄມ້ສົດຫຼາຍກວ່າແປຮູບ.

----

ຮຽບຮຽງໂດຍ: ຟ້າ