ພາບຫຼຸດໄອໂຟນ 12 ຈະມາພ້ອມສາຍສາກ ແບບຖັກຖືກ ແລະທົນ

  ຜູ້ໃຊ້ງານ iPhone ຫຼາຍໆຄົນມັກຈະພົບບັນຫາຄວາມທົນທານຂອງສາຍ Lightning ບໍ່ວ່າ ຈະເວີຊັນ USB-A ຫຼື USB-C ກໍຄືຈະບອບບາງເຫຼືອເກີນ ຊຶ່ງກໍໜ້າຈະເປັນຜົນຈາກເລື່ອງການຮັກສາສິ່ງແວດລ້ອມຂອງ Apple (ແຕ່ສາຍຂອງເພິ່ນກໍບໍ່ໄດ້ຖືກ) ກໍໄດ້ແຕ່ຫວັງວ່າສາຍລຸ້ນໃໝ່ໆຈະທົນທານຂຶ້ນ.

  ເມື່ອເດືອນກໍລະກົດທີ່ຜ່ານມາ @LOvertodream ເປີດເຜີຍວ່າ iPhone 12 ຈະມາພ້ອມກັບສາຍສາກ ຫຼື ສາຍເຄເບິລແບບໃໝ່ເປັນແບບຖັກທີ່ມີຄວາມທົນທານກວ່າເກົ່າ ຊຶ່ງນັບເປັນຂໍ້ມູນຊຸດທຳອິດທີ່ເຮົາໄດ້ເຫັນກັນ (ປະຈຸບັນທະວິດດັ່ງກ່າວຖືກລຶບໄປແລ້ວ) ຫຼ້າສຸດຜູ້ໃຊ້ງານ Twitter ຊື່ Mr White ຫຼື @laobaiTD ໄດ້ເຜີຍແຜ່ສາຍສາກ Lightning to USB-C ລຸ້ນໃໝ່ຊຶ່ງເປັນແບບສາຍຖັກຕາມທີ່ @LOvertodream ເຄີຍເຜີຍແຜ່ມາກ່ອນໜ້ານີ້.

  ຖືວ່າເປັນຂ່າວດີສຳລັບຜູ້ໃຊ້ງານ iPhone ທຸກຄົນທີ່ຈະໄດ້ໃຊ້ສາຍທີ່ມີຄວາມທົນທານຫຼາຍກວ່າເກົ່າແລ້ວແຕ່ຂ່າວຮ້າຍຄື iPhone 12 ໜ້າຈະບໍ່ມີຫູຟັງ ແລະເຄື່ອງສາກມາໃຫ້ຕາມລາຍງານລະບຸວ່າ ເພື່ອຫຼຸດຕົ້ນທຶນການຜະລິດຂອງ iPhone 12 ເນື່ອງຈາກການຕ້ອງຮອງຮັບ 5ຈີ ເຮັດໃຫ້ຕົ້ນທຶນສູງຂຶ້ນກວ່າເກົ່າ.

----

ໜັງສືພິມ ເສດຖະກິດ-ສັງຄົມ