ທອນ ຄອນເນີຣີ ດາລາດັງໃນຕຳນານເສຍຊີວິດແລ້ວ

  ທອນ ຄອນເນີຣີ ດາລາດັງລະດັບຕຳນານຄົນອັງກິດຜູ້ທີ່ໂດ່ງດັງໃນຖານະນັກສະແດງທີ່ສະແດງໃນບົດບາດ ເຈມບອນ ສາຍລັບອັງກິດສຸດຫຼໍ່ເຈົ້າສະເໜ່ເປັນທີ່ຈົດຈຳເສຍຊີວິດແລ້ວດ້ວຍອາຍຸ 90 ປີ.

  ຄອນເນີຣີ ຮັບບົດນໍາໃນຮູບເງົາດັ່ງກ່າວທີ່ເຮັດໃຫ້ລາວໂດ່ງດັງລະເປັນທີ່ຮູ້ຈັກທົ່ວໂລກຍາວນານເຖິງ 7 ເລື່ອງ ແລະຍັງຮັບບົດທີ່ເປັນໜ້າຈົດຈໍາໃນເລື່ອງອີນ ເດຍ ນາໂຈນ ຮ່ວມກັບ ແຮຣິສັນຟອດ, ອາຊີບນັກສະແດງຂອງລາວມາຍາວນານຫຼາຍທົດສະວັດລາວຍັງໄດ້ຮັບລາງວັນຢ່າງຫຼວງຫຼາຍທີ່ເປັນເຄື່ອງໝາຍຢືນ ຢັນເຖິງຄວາມສຳເລັດເທິງເສັ້ນທາງແຫ່ງດວງດາວບໍ່ວ່າຈະເປັນລາງວັນອອດສະກາ, ລາງວັນແບຟຕາ 2 ລາງວັນ ແລະໜ່ວຍໂລກຄຳ 3 ລາງວັນ, ເບື້ອງ ຕົ້ນຍັງບໍ່ມີການລາຍງານລະອຽດເຖິງສາເຫດຂອງການເສຍຊີວິດຂອງນັກສະແດງລະດັບຕຳນານທ່ານນີ້ໂດຍໃນເດືອນສິງຫາທີ່ຜ່ານມາລາວຫາກໍສະຫຼອງວັນ ເກີດຄົບຮອບ 90 ປີຂອງຕົນເອງກ່ອນຈະມີຂ່າວການເສຍຊີວິດອອກມາ.

----

ຮຽບຮຽງໂດຍ: ແກ້ວ