ນໍ້າເຜີ້ງປະສົມໝາກຂ້າມປ້ອມ ຊ່ວຍຂ້າແມ່ພະຍາດ

 ສະໄໝຕອນທີ່ເປັນເດັກນ້ອຍເຄີຍບໍທີ່ພໍ່ແມ່ບັງຄັບໃຫ້ເຮົານັ້ນກິນຢາຖ່າຍແມ່ພະຍາດແຕ່ພໍເລີ່ມໃຫຍ່ໆນັ້ນບໍ່ຕ້ອງບອກເລີຍເພາະຄົນໆສະໄໝນີ້ໃຫ້ຄວາມສົນໃຈເລື່ອງສຸຂະພາບກັນຫຼາຍເປັນພິເສດຢູ່ແລ້ວມື້ນີ້ມີໃນຄໍລໍ້າສາລະໜ້າຮູ້ນໍາເອົາວິທີຂ້າແມ່ພະຍາດມາຝາກກັນຈະເຮັດແນວໃຫ້ນັ້ນໄປຮູ້ພ້ອມກັນເລີຍ.

  • ນໍ້າເຜີ້ງ 1 ບ່ວງໂຕະ.
  • ໝາກຂາມປ້ອມ 10 ໜ່ວຍ.

ວິທີເຮັດ: ນຳໝາກຂາມປ້ອມມາຕຳໃຫ້ລະອຽດ ແລ້ວເອົາເມັດອອກແລ້ວນຳໄປຕາກແດດແລ້ວອົບດ້ວຍໄມໂຄເວັບເຮັດໄວ້ 15  ນາທີ  ແລ້ວນຳໄປເທໃສ່ລົງໃນນໍ້າເຜີ້ງຈາກນັ້ນຄົນສ່ວນປະສົມໃຫ້ເຂົ້າກັນຫຼັງຈາກນັ້ນປັ້ນສ່ວນປະສົມທັງໝົດເປັນເມັດແລ້ວນຳໄປຕາກແຫ້ງກິນເທື່ອລະ 3 ເມັດ ເຊົ້າ-ສວຍ ແລະແລງ.

----

ຮຽບຮຽງໂດຍ: ຟ້າ