ມອບ-ຮັບ ໂຮງຮຽນມັດທະຍົມສາມັກຄີໄຊ

  ເມື່ອທ້າຍເດືອນຜ່ານມາທີ່ໂຮງຮຽນມັດທະຍົມສາມັກຄີໄຊ ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບໂຮງຮຽນຫຼັງໃໝ່ໂດຍເຂົ້າຮ່ວມຂອງທ່ານ ສີພະນົມ ອິນທະດາລິນ ຄະນະຫ້ອງການສຶກສາທິການ ແລະກີລາເມືອງ, ທ່ານ ຕານິ ທີ່ປຶກສາໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດ ທະຍົມຢູ່ແຂວງພາກກາງ ແລະພາກໃຕ້ຂອງ ສປປ ລາວ, ນອກນັ້ນກໍ່ມີອໍານາດການປົກຄອງອ້ອມຂ້າງເມືອງ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງເມືອງຕະຫຼອດຮອດຄູ-ອາຈານ ແລະນ້ອງນັກຮຽນກໍ່ໄດ້ເຂົ້າຮ່ວມ.

   ການກໍ່ສ້າງໂຮງຮຽນແມ່ນໄດ້ເລີ່ມແຕ່ວັນທີ 16 ພະຈິກ 2019 ເປັນຕົ້ນມາຈົນຮອດປະຈຸບັນເປັນໄລຍະເວລາ 10 ເດືອນເຕັມ ໂດຍໄດ້ຮັບແຫຼ່ງທຶນຈາກໂຄງການຊ່ວຍເຫຼືອຈາກປະຊາຊົນຢີ່ປຸ່ນພາຍໃຕ້ມິດຕະພາບ ແລະ ການຮ່ວມມືລະຫວ່າງຢີ່ປຸ່ນ ແລະ ສປປ ລາວ, ໂຄງສ້າງຂອງອາຄານແມ່ນສ້າງແບບຖາວອນທີ່ມີໂຄງສ້າງທີ່ແໜ້ນໜາແຂງແຮງຄື: ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ພື້ນປູດ້ວຍເບຕົງເສີມເຫຼັກ ແລະ ປູດ້ວຍກະໂລ, ເພດານຂ້າງໃນເຮັດດ້ວຍຢິບຊໍາສາບລຽບ, ແລະມຸງດ້ວຍສັງກະສີທີ່ມີຄວາມໜາພ້ອມດ້ວຍສະໜວນກັນຄວາມຮ້ອນເພື່ອປ້ອງກັນການຮົ່ວຊຶມ, ຊຶ່ງຢູ່ໃນໂຮງຮຽນສາມັກຄີໄຊໂຄງການແມ່ນໄດ້ສ້າງໃຫ້ 3 ອາຄານຮຽນລວມມີ 9 ຫ້ອງຮຽນ, 1 ຫ້ອງ ຄູ, 1 ຫ້ອງອ່ານ ແລະອາຄານຫ້ອງນໍ້າ 1 ຫຼັງລວມມີ 5 ຫ້ອງໃນນັ້ນ; ມີຫ້ອງສໍາລັບຄົນພິການ 1 ຫ້ອງ, ຊຶ່ງຄິດເປັນມູນຄ່າທັງໝົດໃນການກໍ່ສ້າງແມ່ນ 1,5 ຕື້ກີບ, ຊຶ່ງເປັນທຶນຂອງໂຄງການຊ່ວຍເຫຼືອ 100%.

  ຈາກນັ້ນກໍ່ໄດ້ມີການມອບໂຮງຮຽນເປັນກຽດກ່າວມອບໂດຍ ທ່ານ ຕານິ ທີ່ປຶກສາໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມຢູ່ແຂວງພາກກາງ ແລະພາກໃຕ້ຂອງ ສປປ ລາວ ແລະກ່າວຮັບໂດຍທ່ານ ສີພະນົມ ອິນທະດາລິນ ຄະນະຫ້ອງການສຶກສາທິການ ແລະກີລາເມືອງກ່າວຮັບຢ່າງສົມກຽດ ໂດຍຊ້ອງໜ້າກັບບັນດາແຂກທີ່ເຂົ້າຮ່ວມເພື່ອເປັນສັກຂີພິຍານນໍາດ້ວຍ, ຫຼັງຈາກນັ້ນຄະນະຫ້ອງການສຶກສາທິການ ແລະກີລາເມືອງກໍ່ໄດ້ມອບຕໍ່ໃຫ້ຜູ້ອໍາ ນວຍການໂຮງຮຽນມັດທະຍົມສາມັກຄີໄຊ ແລະອໍານາດການປົກຄອງບ້ານເປັນຜູ້ຊົມໃຊ້ພ້ອມທັງມອບໝາຍສິດນໍາໃຊ້ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງພ້ອມກັນນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນອົບຮົມບົ່ມຊ້ອນລູກຫຼານຂອງຊຸມຊົນບ້ານດັ່ງກ່າວໃຫ້ໄດ້ຮັບການສຶກສາຕໍ່ໄປ.

#ຫນັງສືພິມເສດຖະກິດສັງຄົມ