ຜາສ້ວມ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ

  ເມື່ອລົງໄປ ເມືອງບາຈຽງ ຈະເລີນສຸກ ແຂວງຈໍາປາສັກໃນຍາມນີ້ຮັບຮອງຕາມເສັ້ນທາງ 13 ໃຕ້ນັບແຕ່ຫຼັກ 21 ໄປທົ່ງນາສອງຟາກທາງເຂົ້າຂຽວສະອຸ່ມ, ບາງບ່ອນຮວງເຂົ້າກໍ່ພວມສຸກເຫຼືອງ ເປັນຕາອອນຊອນຍາມໄດ້ພົບເຫັນ, ໝູ່ນົກນ້ອຍບິນໄປມາເປັນໝູ່ແສ່ວກິນແມງໄມ້, ກາງທົ່ງນາມີຫຸ່ນໄລ່ກາເປັນຍ່ານໆໃຫ້ນົກຢ້ານບໍ່ລົງມາກິນເຂົ້າທີ່ພວມຈະແກ່ ແລະແກ່ເປັນກ່ຽວແລ້ວທີ່ສະຫຼັບຊັບກັນເປັນແທວແຖວຂອງໄຮ່ນາ, ແຂວງຈໍາປາສັກມີຫຼາຍສະຖານທີ່ທ່ຽວທີ່ລືຊື່ນັບທັງສະຖານທີ່ທ່ອງທ່ຽວວັດ ທະນະທຳບູຮານສະຖານ ແລະທຳມະຊາດ.

  ນໍ້າຕົກຕາດຜາສ້ວມເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ຍັງຄົງຄວາມອຸດົມສົມບູນ ແລະບໍ່ໄດ້ຢູ່ໄກ ແຂວງພໍເທົ່າໃດແຕ່ສາມາດສໍາພັດກັບທໍາມະຊາດທີ່ແທ້ຈິງຢູ່ເມືອງບາຈຽງຈະເລີນສຸກ,  ແຂວງຈໍາປາສັກ ໃນໄລຍະນີ້ນໍ້າຈະຫຼາຍເປັນພິເສດ ແລະມີຜາຫີນທີ່ຕັ້ງລຽນກັນເປັນລະບຽບດີບໍລິເວນດ້ານເທິງຂອງຕາດຖ້າໃຜໄດ້ຂຶ້ນໄປຮອດກໍຈະໄດ້ສຳພັດກັບຄວາມສວຍງາມພ້ອມທັງໄດ້ສູດດົມອາກາດທີ່ສົດຊື່ນມີລົມພັດເຢັນສະບາຍແບບທຳມະຊາດຢ່າງແທ້ຈິງ.

  ນໍ້າຕົກຕາດຜາສ້ວມຕັ້ງຢູ່ເຂດ ເມືອງບາຈຽງ, ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກເຊ ປະມານ 50 ກິໂລແມັດ, ຊຶ່ງເປັນນໍ້າຕົກທີ່ໄຫຼມາຈາກຫ້ວຍຈໍາປີອັນມີຈຸດກໍາເນີດມາຈາກພູເທວະດາ ເມືອງປາກຊ່ອງ ຊຶ່ງຢູ່ໃນບໍລິເວນນໍ້າຕົກນັ້ນເພີ່ນເອີ້ນກັນວ່າ: ປະຕູສ້ວມ.