ປາຣິສ ແຈ໊ກສັນ ມີອາລະບໍ້າເພງທຳອິດແລ້ວ

  ປາຣີສ ແຈ໊ກສັນ ອາຍຸ 22 ປີ ລູກສາວຄົນງາມຂອງໄມ ເຄິລແຈ໊ກສັນ ຣາຊາເພງປ໊ອບ ຜູ້ລ່ວງລັບ ມີອາລະບໍ້າເພງທຳອິດໃນຊີວິດຊື່ວ່າ Wilted ຈະເປີດ ຕົວໃນວັນທີ 13 ພະຈິກນີ້ ພາຍໃຕ້ການຈັດຈຳໜ່າຍຂອງ Republic Records ຂະນະທີ່ປ່ອຍຊິງເກິລເພງທຳອິດອອກມາໃນວັນທີ 30 ຕຸລາທີ່ຜ່ານມາ.

  ປາຣີສ ຫາກໍປະກັບແຟນໜຸ່ມ ທີ່ຮ່ວມກໍ່ຕັ້ງ The Soundflowers ດ້ວຍກັນໃຫ້ສໍາພາດວ່າອາລະບໍ້າເພງທໍາອິດໃນຊີວິດຂອງລາວມີທັງໝົດ 11 ເພງ ແຕ່ລະເພງຈະມີເນື້ອໃນຖ່າຍທອດຄວາມຮູ້ສຶກເຈັບປວດ ຫຼັງຈາກພົບກັບຄວາມຮັກທີ່ບໍ່ສົມຫວັງທັງມີຄວາມຮູ້ສຶກຢາກຮ້າຍ, ປະຕິເສດ ແລະຍອມຮັບຊຶ່ງອາລະບໍ້າຊຸດ ນີ້ລາວໄດ້ ແອນດີ້ ຮັລ ນັກຮ້ອງ ນັກແຕ່ງເພງ ມືກີຕ້າຈາກວົງ ຣອກ ແມນເຊສເຕີ ອໍເຄສຕຣ້າ ມາຊ່ວຍໂຄສະນາໃຫ້ຊຶ່ງລາວຕື່ນເຕັ້ນດີໃຈທີ່ສຸດ ແລະລາວໄດ້ຂີ່ຍົນໄປທີ່ເມືອງແອດແລນຕາເພື່ອເຮັດວຽກກັບ ຮັລ ໃນອາ ລະບໍ້າຊຸດນີ້. ທັງນີ້ ປາຣີສ ເປັນສາວທີ່ມັກຮັກດົນຕີມັກຟັງເພງ, ເບິ່ງຄອນເສີດ ແລະມັກດີດກີຕ້າໃນຫ້ອງນອນ.