ສັບພະຄຸນ ແລະຄຸນປະໂຫຍດທາງຢາຂອງຜັກແພວມີຫຼາຍຈົນຄາດບໍ່ເຖິງ

  ຜັກແພວຈັດຢູ່ໃນຜັກທີ່ມີເສັ້ນໃຍອາຫານສູງທີ່ສຸດ 10 ອັນດັບຂອງຜັກພື້ນບ້ານ ເພາະອຸດົມສົມບູນໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດທີ່ຊ່ວຍເສີມສ້າງພູມຕ້ານທານພະຍາດໃຫ້ກັບຮ່າງກາຍ, ໃບໃຊ້ຮັບປະທານຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍໃນການຂັບຖ່າຍ, ປ້ອງກັນ ແລະແກ້ອາການຖອກທ້ອງ ແລະຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ເພາະເປັນຜັກທີ່ມີໄຟເບີສູງເຖິ່ງ 9.7 ກຣາມ.

ນອກຈາກນັ້ນຜັກແພວມີລົດເຜັດຮ້ອນຈຶ່ງຊ່ວຍແກ້ລົມ, ຂັບລົມໃນກະເພາະອາຫານ, ແກ້ທ້ອງອືດ, ຊ່ວຍເຮັດໃຫ້ເອື້ອມລະບາຍລົມອອກ ແລະຊ່ວຍແກ້ຕຸ່ມຄັນຈາກເຊື້ອຣາ