ສຶກສາເມືອງເມິງ ຈັດພະນັກງານລົງກໍ່ສ້າງຮາກຖານ

  ວັນທີ 2 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະກີລາເມືອງເມິງແຂວງບໍ່ແກ້ວ ໄດ້ຈັດພິທີມອບຮັບພະນັກງານກໍ່ສ້າງຮາກຖານໄລຍະ 1 ປີ ຊຸດທີ 2 ຈາກກະຊວງສຶກສາທິການ ແລະກີລາ,ພະແນກສຶກສາທິການ ແລະກີລາແຂວງບໍ່ແກ້ວ ແລະຫ້ອງການສຶກສາທິການ ແລະກີລາເມືອງພາຍໃຕ້ການເປັນປະທານຂອງທ່ານ ວັນດີ ທຳມະວົງ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງບໍ່ແກ້ວ, ເຂົ້າຮ່ວມໂດຍທ່ານ ສົມນຶກ ອິນທະພົມ ຮອງເຈົ້າເມືອງເມິງ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳສັງຄົມ, ມີບັນດາທ່ານທີມງານມາຈາກກະຊວງສຶກສາທິການ ແລະກີລາ, ພະແນກສຶກສາທິການ ແລະ ກີລາແຂວງ, ຄະນະນຳຫ້ອງການສຶກສາທິການ ແລະກີລາເມືອງຕະຫຼອດຮອດພະນັກງານພາຍໃນຫ້ອງການເຂົ້າຮ່ວມ.

  ທ່ານ ລອດສາທິດ ສຸຂະຜົນ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງບໍ່ແກ້ວໄດ້ຂຶ້ນຜ່ານຂໍ້ຕົກຂອງກະຊວງສຶກສາ ແລະກີລາເລກທີ 1027/ ສສກ ວ່າດ້ວຍການຊັບຊ້ອນພະນັກງານລົງກໍ່ສ້າງຮາກຖານຢູ່ຫ້ອງການສຶກສາທິການ ແລະກີລາເມືອງ ແລະກຸ່ມໂຮງຮຽນໃນ 40 ເມືອງເປົ້າໝາຍຂອງໂຄງການຍົກສູງຄຸນນະ ພາບການສຶກສາໃນເຂດຫ່າງໄກສອກຫຼີກ ຊຶ່ງໃດ້ຕົກລົງເຫັນດີແຕ່ງຕັ້ງພະນັກງານຈຳນວນ 3 ທ່ານຄື: ທ່ານ ສົນທະຍາ ຮອງຫົວໜ້າພະແນກກົມພະລະ ແລະສີລະປະສຶກສາ, ທ່ານ ເກດແກ້ວ ສີບົວຄຳ ຮອງຫົວໜ້າຂະແໜງສາມັນສຶກສາ, ພະແນກສຶກສາທິການ ແລະກີລາແຂວງ ແລະທ່ານ ບຸນຈັນ ເທບພະວົງ ຄູສຶກສານິເທດຫ້ອງການສຶກສາທິການ ແລະກີລາເມືອງໃນ 3 ທ່ານ ຈະໃດ້ລົງຮາກຖານປະຈຳຢູ່ກຸ່ມນໍ້ຍູ້ເມືອງເມິງແຂວງບໍ່ແກ້ວ.

 ໃນໂອກາດທີ່ທ່ານ ສົມນຶກ ອິນທະພົມ ຮອງເຈົ້າເມືອງເມິງໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານກໍ່ສ້າງຮາກຖານຊຸດໃໝ່ໃຫ້ສືບຕໍ່ພາລະກິດທີ່ຍັງຄ້າງຄາ ແລະຍັງບໍ່ທັນບັນລຸຕາມເປົ້າໝາຍໂດຍປະຕິບັດຕາມ 15 ຕົວ ຊີ້ບອກຂອງກະຊວງສຶກສາວາງອອກ, ລົງເລິກໃກ້ສິດຕິດແທດກັບຮາກຖານກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າ ແລະທັງເປັນການຊຸກຍູ້ໃນການຈັດຕັ້ງ 7 ຍຸດທະສາດ, 7 ວິທີການ, 10 ຫົວຂໍ້, 3 ລັກສະນະ ແລະ5 ຫຼັກມູນຂອງການສຶກສາໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.