ລືຄວານຄອມກຳລັງພັດທະນາກາມິງສະມາດໂຟນ ເປັນຂອງຕົນເອງໂດຍຮ່ວມມືກັບເອຊັສ

  ຫຼັງຈາກທີ່ Qualcomm ໄດ້ເປີດເຜີຍວ່າຈະມີການເຜີຍໂສມຂຸມພະລັງ Snapdragon 875 ໃນລະຫວ່າງວັນທີ 1-2 ທັນວາທີ່ຈະເຖິງນີ້ໂດຍໄດ້ຂຸມພະ ລັງແຮງສູງດັ່ງ Cortex X1 ໂດຍລ້າ ສຸດນີ້ເວັບໄຊ Digitimes ໄດ້ເຜີຍ ວ່າ Qualcomm ອາດຈະມີການ ເປີດໂຕມືຖືເກມມິ່ງເປັນຂອງຕົນເອງໃນທ້າຍປີນີ້

  ລາຍລະອຽດເບື້ອງຕົ້ນມືຖືລຸ້ນນີ້ພັດທະນາຮ່ວມກັບ ASUS  ໂດຍຄັ້ງນີ້ Qualcomm ໄດ້ເປັນຜູ້ທີ່ພັດທະນາ ແລະອອກແບບ Mainboard ເອງແລະຍັງບໍ່ມີການເປີດເຜີຍຄະແນນປະສິດທິພາບອອກມາແຕ່ຄິດວ່າປະສິດທິພາບສູງ ແລະສາມາດໃຊ້ຄ່າ Refresh Rate ໄດ້ສູງແບດເຕີຣີຂະໜາດໃຫຍ່ ແລະຈັດການຄວາມຮ້ອນທີ່ດີດັ່ງທີ່ຮູ້ຈັກກັນດີເພາະ ASUS ກໍມີຄວາມຊຳນານໃນສ່ວນນີ້ທີ່ມີການພັດທະນາກັບມືຖືຕະກຸນ ROG

  ແຕ່ທັງນີ້ເມື່ອ nvidia ເປັນເຈົ້າຂອງ ARM ກໍຕ້ອງລໍຖ້າເບິ່ງກັນຕໍ່ໄປວ່າ Qualcomm ພັດທະນາກາດຈໍ Adreno ໃນທິດທາງໃດເພາະຕ້ອງຢ່າລືມວ່າ nvidia ກໍເປັນຜູ້ຜະລິດກາດຈໍໃນຊື່ທີ່ຫຼາຍຄົນຮູ້ຈັກກັນດີໂດຍສະເພາະ GeForce ນັ້ນເອງ.

----

ໜັງສືພິມ ເສດຖະກິດ-ສັງຄົມ