ປະໂຫຍດດີໆຈາກ ໝາກເຂົ້າ

  ຕົ້ນໝາກເຂົ້າຈັດເປັນພືດລົ້ມລຸກ, ເປັນໄມ້ເຄືອ, ອາຍຸຫຼາຍ ປີ, ເຄືອໃຫຍ່ມີມືເກາະຄ້າຍຄືກັບ ຜັກຕຳນິນ, ມັກແສງແດດ, ເລືອໄດ້ທັງພື້ນດິນ ແລະເທິງຕົ້ນໄມ້ໝາກອ່ອນ ແລະຍອດອ່ອນຊ່ວຍຫຼຸດນໍ້າຕານໃນເລືອດຂອງຜູ້ເປັນພະຍາດເບົາຫວານໄດ້, ແກ່ນເປັນຢາບຳລຸງປອດ, ແກ່ນແກ່ນຳມາບົດໃຫ້ແຫ້ງປະສົມນໍ້າມັນ ຫຼື ນໍ້າສົ້ມສາຍຊູເລັກນ້ອຍນຳໃຊ້ທາບໍລິເວນທີ່ມີອາການອັກເສບ, ອາການບວມຈະຊ່ວຍຮັກສາອາການ ໄດ້.

  ນອກນັ້ນ ຍັງຊ່ວຍຮັກສາພະຍາດຜີວໜັງ, ຜົດຜື່ນຄັນຕ່າງໆ, ອາການຟົກຊໍ້າໄດ້ອີກດ້ວຍ ແລະຮາກໃຊ້ຕົ້ມນໍ້າດື່ມຊ່ວຍຖອນພິດ.

----

ໂດຍ: ຟ້າ