4 ໜຸ່ມ ເອຟໂຟ ລວມຕົວກັນອີກຄັ້ງ ຫຼັງຈາກໂດ່ງດັງໃນ 19 ປີກ່ອນ

  4 ພະເອກຊຸບຕາໄຕ້ຫວັນ (ສປ ຈີນ) ເຈີຣີ່, ແວນເນສ, ເຄນ ແລະວິກ ຊຶ່ງໃສ່ຊື່ເອຟໂຟຈາກລະຄອນຍອດຮິດ ຮັກໃສໃສຫົວໃຈສີ່ດວງເມື່ອ 19 ປີກ່ອນລວມຕົວກັນແບບພ້ອມໜ້າຄັ້ງທຳອິດໃນຮອບ 7 ປີ ໃນງານ 1001 Night Fes tival ຂອງໂທລະພາບ Jiangsu TV ທີ່ອອກອາກາດໃນຕອນຄໍ່າຂອງວັນທີ 30 ຕຸລາ ທີ່ຜ່ານມາ.

  ທັນທີທີ່ຜູ້ຈັດງານປ່ອຍຄລິບໂຄສະນາຄວາມຍາວ 19 ວິນາທີ ກໍເຮັດໃຫ້ແຟນໆຮູບເງົາຕື່ນເຕັ້ນຫຼາຍ ໂດຍສະເພາະຄວາມຫຼໍ່ທີ່ການເວລາເຮັດຫຍັງກັບພວກເຂົາບໍ່ໄດ້, ໂດຍນີ້ຖືເປັນການກັບມາຮອບສອງຂອງ 4 ໜຸ່ມເອຟໂຟເທິງເວ ທີ 1001 Night Festival ຂອງຊ່ອງ Jiangsu TV ຊຶ່ງເຄີຍຂຶ້ນ ສະແດງໃນປີ 2013 ຫຼັງຈາກທີ່ໜຸ່ມໆບໍ່ມີກິດຈະກຳຮ່ວມກັນມາຕັ້ງແຕ່ປີ 2008.

 ----

ໜັງສືພິມ ເສດຖະກິດ-ສັງຄົມ