ໂຈະງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີໃນທົ່ວກອງທັບ

  ກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດແຈ້ງໂຈະ ແລະເລື່ອນການຈັດຕັ້ງງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີ ໃນທົ່ວກອງທັບຕັ້ງທີ IV ເພື່ອຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວຄົບຮອບ 45 ປີ ໄປຈັດໃສ່ໂອກາດອື່ນໃນຕໍ່ໜ້າທີ່ເຫັນວ່າເໝາະສົມ.

  ແຈ້ງການຂອງກົມໃຫຍ່ການເມືອງກອງທັບສະບັບເລກທີ 61 83/ກມທ ນະຄອນຫຼວງວຽງຈັນລົງວັນທີ 4 ພະຈິກ 2020 ແມ່ນອີງຕາມການຊີ້ນໍາຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຄັ້ງວັນທີ 28 ຕຸລາ 2020 ກ່ຽວ ກັບການໂຈະ ແລະເລື່ອນການຈັດຕັ້ງງານແຂ່ງຂັນນັກຮ້ອງສຽງດີໃນທົ່ວກອງທັບຕັ້ງທີ IV; ອີງຕາມສະພາບຄວາມຫຍຸ້ງຍາກທາງດ້ານງົບປະມານການເງິນເພື່ອຈະຮັບໃຊ້ໃຫ້ແກ່ການແຂ່ງຂັນນັກຮ້ອງສຽງດີໃນທົ່ວກອງທັບຕັ້ງ ທີ IV; ແລະອີງຕາມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢູ່ໃນພາກພື້ນ ແລະຫຼາຍປະເທດໃນໂລກສະເພາະຢູ່ລາວເຮົາກໍມີຄວາມສ່ຽງສູງຕໍ່ການ ລະບາດພະຍາດດັ່ງກ່າວ.

  ດ້ວຍເຫດນັ້ນກົມໃຫຍ່ການເມືອງກອງທັບຈຶ່ງອອກແຈ້ງການເຖິງຄະນະພັກ-ຄະນະບັນຊາບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກອງພັນ, ວິທະຍາຄານ, ກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະທຽບເທົ່າໃນກອງທັບຊາບວ່າ: 1) ການຈັດຕັ້ງງານແຂ່ງຂັນນັກຮ້ອງ-ຂັບລໍາສຽງດີໃນທົ່ວກອງທັບຕັ້ງທີ IV ເພື່ອຂໍ່ານັບຮັບຕ້ອງວັນສະຖາປານາ ສປປ ລາວ  ຄົບຮອບ 45 ປີ ທີ່ຈະດໍາເນີນໃນລະຫວ່າງ 18-22 ພະຈິກ 2020 ແມ່ນໂຈະ ແລະເລື່ອນໄປຈັດໃສ່ໂອກາດໃໝ່ທີ່ເຫັນວ່າເໝາະສົມ (ບໍ່ມີກໍານົດ); 2) ບັນດາອົງການ, ກົມກອງທີ່ໄດ້ຈັດ ຕັ້ງໜ່ວຍສິລະປະ-ວັນນະຄະດີຂອງຕົນເພື່ອເຂົ້າຮ່ວມງານແຂ່ງຂັນນັ້ນໃຫ້ຈັດຕັ້ງເຄື່ອນໄຫວສ້າງບັນຍາກາດພາຍໃນກົມກອງຕົນ ແລະທ້ອງຖິ່ນໃກ້ຄຽງຕາມສະພາບຄວາມເປັນຈິງ ແຕ່ຕ້ອງໃຫ້ຮັບປະກັນຄວາມປອດໄພຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະປະຕິບັດຕາມມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ.

  ດັ່ງນັ້ນກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ຈຶ່ງແຈ້ງມາຍັງບັນດາອົງການ, ກົມກອງເພື່ອຊາບ ແລະພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

----

ໜັງສືພິມ ເສດຖະກິດ-ສັງຄົມ