ນັກທຸລະກິດລາວໂຄງການ YEN-D ຈັດງານພົບປະສະມາຊິກ

  ວັນທີ 17 ກຸມພາຜ່ານມາທີມງານ YEN-D Reunion Laos ນັກທຸລະກິດລາວລວມລຸ້ນຂອງຜູ້ປະກອບການລາວທີ່ເຄີຍເຂົ້າຮ່ວມໂຄງການ YEN-D Program ທີ່ປະເທດໄທຕັ້ງແຕ່ Season ແຕ່ຮຸ່ນ 1ຫາ4 ແລະ YEN-D Frontier ຈຸດປະສົງເພື່ອລວບລວມສະມາຊິກ YEN-D ທຸກລຸ້ນ ແລະບັນດາຜູ້ປະກອບການນັກທຸລະກິດໝູ່ລາວເຮົາທີ່ຍັງບໍ່ໄດ້ເຂົ້າຮ່ວມໂຄງການ YEN-D ມາພົບປະສ້າງຄວາມສາມັກຄີຮັກແພງກັນເພື່ອສ້າງເຄືອຂ່າຍຕໍ່ຍອດທຸລະກິ ດເຊິ່ງກັນ ແລະກັນພ້ອມຍັງເຜີຍແຜ່ ແລະຊັກຊວນບັນດາຜູ້ປະກອບການທີ່ສົນໃຈເຂົ້າຮ່ວມໂຄງການ YEN-D Season5 ທີ່ຈະເປີດຮັບສະມັກຜູ້ປະກອນ ລາວໃນເດືອນເມສາ 2019.

 ໂຄງການ YEN-D Program ເປັນການສ້າງເຄືອຂ່າຍຜູ້ປະກອບການໄທກັບປະເທດເພື່ອນບ້ານຊຶ່ງຈັດຂຶ້ນທຸກປີໂດຍການສະໜັບສະໜູນຈາກລັດຖະບານໄທຜ່ານສະຖານທູດໄທປະຈຳ ສປປ ລາວ ແລະ ຮ່ວມກັບສາພາການຄ້າ ແລະ ອຸດສາຫະກຳລາວ LNCCI ເຮົາໃນທຸກໆປີຈະເຊີນຜູ້ປະກອບການລາວລຸ້ນໃໝ່ຮ່ວມໂຄງການ YEN-D, 4 ປີຜ່ານມາມີບັນດາຜູ້ປະກອບການລາວຫຼາກຫຼາຍຂະແໜງທຸລະກິດທີ່ແຕກຕ່າງກັນໄດ້ເຂົ້າຮ່ວມທຸກ Season ລວມແລ້ວແມ່ ນ YEN-D4 ລຸ້ນແຕ່ລະລຸ້ນປະມານ 25 ທ່ານບວກ ກັບ YEN-D Frontier 1 ລຸ້ນ 15 ທ່ານລວມທັງໝົດສະມາຊິກ YEN-D ມີທັງໝົດປະມານ 125 ທ່ານ.

ງານດັ່ງກ່າວຈຸດປະສົງມີເພື່ອລວບລວມສະມາຊິກ YEN-D ທຸກລຸ້ນ ແລະບັນດາຜູ້ປະກອບການນັກທຸລະກິດໝູູ່ລາວເຮົາທີ່ຍັງບໍ່ໄດ້ເຂົ້າຮ່ວມໂຄງການ YEN-D ມາພົບປະສ້າງມິດຕະພາບສ້າງຄວາມສາມັກຄີຮູ້ຈັກຮັກແພງກັນເພື່ອສ້າງເຄືອຂ່າຍຕໍ່ຍອດທຸລະກິດເຊິ່ງກັນ ແລະກັນພ້ອມຍັງເຜີຍແຜ່ ແລະຊັກຊວນບັນ ດາຜູ້ປະກອບການທີ່ສົນໃຈເຂົ້າຮ່ວມໂຄງການ YEN-D Season5 ທີ່ຈະເປີດຮັບສະໝັກຜູ້ປະກອນລາວໃນ ເດືອນ ເມສາ 2019 ພາຍໃນງານມີບັນດາສະມາຊິກ YEN-D ທຸກລຸ້ນພ້ອມຜູ້ປະກອນລາວທ່ີຖືກເຊີນເຂົ້າຮ່ວມງານພົບປະສັງສັນໄດ້ຮູ້ຈັກກັນວ່າແຕ່ລະຄົນປະກອບທຸລະກິດອັນໃດທີ່ສາມາດຕໍ່ຍອດ ແລະຮ່ວມມືເປັນຄູ່ຄ້າກັນໄດ້ ແລະ ທີ່ສຳຄັນແມ່ນມິດຕະພາບ ແລະ ຄວາມຮັກແພງທີ່ມີໃຫ້ກັນເພື່ອໃຫ້ກົງກັບຈຸດປະສົງຫຼັກຂອງໂຄງການ YEN-D ຄືສ້າງມິດຕະພາບກ່ອນ ແລະທຸລະກິດຈະຕາມມາທີ່ຫຼັງ.

ໂດຍ: ບຸນນິກ-ນສພ ເສດຖະກິດ-ສັງຄົມ