ຫ້ອງການສຶກສາເມືອງໄຊພູທອງປະກາດການຈັດຕັ້ງຫຼາຍຕຳແໜ່ງ

  ພິທີປະກາດການຈັດຕັ້ງຂອງຫ້ອງການສຶກສາ ແລະກີລາ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ໄດ້ຈັດຂຶ້ນຫວ່າງມໍ່ຜ່ານມານີ້ທີ່ສະໂມສອນຂອງຫ້ອງການສຶກສາ ແລະກີລາເມືອງໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ຫ່ວນຮັງ ບົວສອນຮອງເລຂາພັກເມືອງຜູ້ຊີ້ນຳວຽກພັກ-ພະນັກງານເມືອງ,ມີບັນດາຄະນະປະຈຳພັກເມືອງ,ຫົວໜ້າຫ້ອງການ-ຄະນະຫ້ອງການ,ອຳນວຍການໂຮງຮຽນ,ຄູ-ອາຈານເຂົ້າຮ່ວມ.

  ທ່ານ ເກີດມີ ຈັນທິລາດ ຫົວໜ້າຄະນະຈັດຕັ້ງເມືອງກໍ່ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳພັກເມືອງວ່າດ້ວຍການແຕ່ງຕັ້ງຄະນະພັກຮາກຖານ ແລະຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການສຶກສາທິການ ແລະກີລາ,ຕົກລົງແຕ່ງຕັ້ງທ່ານ ແສງທອງ ນັນທະວົງ ເປັນເລຂາ,ທ່ານ ພູມີ ຫັດລະວົງສາ ເປັນຮອງເລຂາ,ທ່ານ ສຸກັນບຸດ ຕະລາສີ ເປັນປະທານກວດກາ ແລະ ທ່ານ ສົມພົງ ອິນທິລາດເປັນກຳມະການ, ຄະນະພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກີລາເມືອງປະກອບ ມີ 3 ໜ່ວຍພັກຄື: ໜ່ວຍພັກບໍລິຫານທ່ານ ນາງ ພູເງິນ ເທບພະນົນໄຊ ເປັນເລຂາ, ທ່ານ ສົມພົງ ເປັນຮອງເລຂາ, ໜ່ວຍພັກວິຊາການ 1 ທ່ານ ພູມີ ຫັດລະວົງສາເປັນເລຂາ, ທ່ານ ຄຳສິງ ຈັນແສງສົດ ເປັນຮອງເລຂາ ແລະທ່ານ ບຸນນອງ ສຸພັນທະມາດ  ເປັນປະທານກວດກາ,ໜ່ວຍພັກວິຊາການ 2 ທ່ານ ສຸກັນ ບຸດຕະລາ ສີເປັນເລຂາ, ທ່ານ ນາງ ບຸນໂຮມ ຫົງສາວະດີ ເປັນຮອງເລຂາ ແລະທ່ານ ບຸນຍູ້ ແກ້ວວິໄລ ເປັນປະທານກວດກາ.

ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊພູທອງສະບັບເລກທີ 469/ຈມ,ຊທ, ລົງວັນທີ 15 ຕຸລາ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານຕຳແໜ່ງຮອງຫົວໜ້າຫ້ອງການສຶກສາ ແລະກີລາເມືອງຕົກລົງແຕ່ງຕັ້ງທ່ານ ພູມີ ຫັດລະວົງສາ ເປັນຮອງຫົວໜ້າຫ້ອງການ ແລະທ່ານ ສຸກັນ ບຸດຕະລາສີ ເປັນຮອງຫົວໜ້າຫ້ອງ ການ, ນອກນັ້ນຍັງໄດ້ຕົກລົງແຕ່ງຕັ້ງພະນັກງານຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານຂອງຫ້ອງການສຶກສາທິການ ແລະ ກີລາເມືອງຈຳນວນ 7 ທ່ານຄື: ແຕ່ງຕັ້ງ ທ່ານ ສົມພົງ ອິນທິລາດ ຫົວໜ້າໜ່ວຍງານສະຖິຕິເປັນຫົວໜ້າໜ່ວຍຈັດຕັ້ງ, ທ່ານສີວອນເຂັມມະລາດຮອງຫົວໜ້າໜ່ວຍງານສະຖິຕິເປັນຫົວໜ້າໜ່ວຍງານສະຖິຕິ,ທ່ານ ບຸນຍູ້ ແກ້ວວິໄລ ຫົວໜ້າໜ່ວຍງານພັດທະນາຄູເປັນຫົວໜ້າໜ່ວຍງານກວດກາ,ທ່ານ ຄຳສິງຈັນ ແສງສົດ ຄູສຶກສານິເທດເມືອງເປັນຫົວໜ້າໜ່ວຍງານພັດທະນາຄູ, ທ່ານ ຄຳມ່ວນ ຫອມສົມບັດ ຮອງຫົວໜ້າໜ່ວຍງານພາກບັງຄັບເປັນຫົວໜ້າໜ່ວຍງານນອກໂຮງຮຽນ, ທ່ານ ນາງ ໂນລາ ຄຳວົງສົດ ວິຊາການໜ່ວຍງານພາກບັງຄັບເປັນຮອງຫົວໜ້າໜ່ວຍງານພາກບັງຄັບ ແລະແຕ່ງຕັ້ງທ່ານ ຄຳຫວາງ ເທບທະວົງ ວິຊາການໜ່ວຍງານພັດທະນະນາຄູເປັນຮອງຫົວໜ້າໜ່ວຍງານສະຖິຕິ.

  ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳບາງຄຳເຫັນຕໍ່ການປັບປຸງການຈັດຕັ້ງຂອງຫ້ອງການສຶກສາເມືອງໄຊພູທອງໂດຍໄດ້ເນັ້ນໜັກໃຫ້ເອົາໃຈ ໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕມີການແບ່ງງານຢ່າງຄັກແນ່, ີຄວາມສາມັກຄິເປັນປຶກແຜ່ນ, ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ, ເພີ່ມທະວີເອົາໃຈໃສ່ຍົກສູງແບບແຜນນໍາພາ ແລະແບບແຜນວິທີເຮັດວຽກສິ່ງສຳຄັນທີ່ສຸດຕາມຄວາມຮຽກຮ້ອງຕ້ອງການຂອງວຽກ ງານໃນແຕ່ລະໄລຍະຂອງວຽກງານສຶກສາໃຫ້ມີທ່ວງທ່າຂະຫຍາຍຕົວຂຶ້ນ.