ກອງພັນ 415 ທະຫານແຂວງຫຼວງພະບາງເປີດແຂ່ງຂັນກີລາມິດຕະພາບ

  ພິທີເປີດຂະບວນການແຂ່ງຂັນກີລາມິດຕະພາບເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດກອງພັນ 415 ທະຫານແຂວງຫຼວງພະບາງໄດ້ຈັດຂະບວນການແຂ່ງຂັນກີລາມິດຕະພາບຂຶ້ນໃນວັນທີ 6 ພະຈິກຜ່ານມາໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັນໂທ ສີຈັນ ໄຊຍະວັນ ເລຂາຄະນະພັກຮາກຖານຫົວໜ້າການເມືອງກອງພັນ 415, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍຂຶ້ນກັບ ແລະຕົວແທນນັກກີລາແຕ່ລະປະເພດເຂົ້າຮ່ວມ.

ທ່ານ ພັນຕີ ວິສອນ ດວງມະນີ ຄະນະພັກຮາກຖານ, ຮອງຫົວໜ້າການເມືອງກອງພັນ 415 ທະຫານແຂວງຫຼວງພະບາງໄດ້ກ່າວວ່າ: ການແຂ່ງກີລາກາຍະກໍາຂອງກອງພັນ 415 ປະກອບມີປະເພດກີລາບານເຕະ, ບານສົງ ແລະກະຕໍ້, ປະເພດກີລາການທະຫານມີກີລາແລ່ນ 4x50 ແມັດ, ກີລາແຕ່ລະປະເພດຈະມີທີມນັກກີລາຈາກໝວດສໍານັກງານ, ກອງຮ້ອຍ 1, ກອງຮ້ອຍ 2, ກອງຮ້ອຍ 3 ແລະກອງຮ້ອຍ 4 ເຂົ້າຮ່ວມແຂ່ງຂັນ, ສໍາລັບຂອງຂັວນກີລາປະເພດບານເຕະທີ I ຈະໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດຈໍານວນ 5 ແສນກີບ, ທີ II ເງິນສົດ 4 ແສນກີບ ແລະທີ III ຮັບເງິນສົດ 2 ແສນກີບ, ປະເພດກີລາບານສົ່ງທີ I ຈະໄດ້ຮັບຂັນ 1 ໜ່ວຍເງິນສົດ 4 ແສນກີບ, ທີ II ເງິນສົດ 3 ແສນກີບ ແລະທີ  III ເງິນສົດ 2 ແສນກີບ, ກະຕໍ້ ຫວາຍທີ I ຮັບຂັນ 1 ໜ່ວຍເງິນສົດ 3 ແສນກີບ, ທີ II ເງິນສົດ 2 ແສນກີບ ແລະທີ III ຈະໄດ້ຮັບເງິນ 1 ແສນກີບ ສໍາລັບກີລາການທະຫານທີ I ຈະໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 3 ແສນກີບ, ທີ II ຮັບເງິນ 2 ແສນກີບ ແລະທີ III ຈະໄດ້ຮັບເງິນ 1 ແສນກີບ, ການແຂ່ງຂັນຈະໄດ້ດໍາເນີນໄປຈົນເຖິງວັນທີ 30 ພະຈິກ 2020 ຈຶ່ງຈະສໍາເລັດ.

 ທ່ານ ພັນໂທ ສີຈັນ ໄຊຍະວັນ ຫົວໜ້າການເມືອງກອງພັນ 415 ໄດ້ມີຄໍາເຫັນກ່າວໄຂພິທີວ່າ: ການຈັດຂະບວນການແຂ່ງຂັນກີລາໃນຄັ້ງນີ້ແມ່ນເພື່ອເປັນການພົບປະສ້າງສັນກັນລະຫວ່າງຄະນະພັກ-ຄະນະບັນຊາ, ກອງຮ້ອຍຕໍ່ກອງຮ້ອຍ, ພະນັກງານ-ນັກຮົບພາຍໃນກົມກອງເສີມຂະຫຍາຍຄວາມສາມັກຄີໄມຕີຈິດມິດຕະພາບພາຍ ໃນໃຫ້ແໜ້ນແຟ້ນ, ທັງເປັນການຝຶກກໍາລັງແຮງກາຍຂອງນາຍ ແລະພົນທະຫານມີສຸຂະພາບທີ່ແຂງແຮງສົມບູນກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງ ພັກ-ລັດໄດ້ມອບໝາຍໃຫ້, ພ້ອມກັນນີ້ຍັງເປັນການພົບປະແລກປ່ຽນບົດຮຽນທັກສະຂອງການຫຼິ້ນກີລາ, ບົນພື້ນຖານແມ່ນຕ້ອງເຄົາລົບລະບຽບກະຕິກາຂອງການຫຼິ້ນ, ຮູ້ຜ່ອນສັ້ນຜ່ອນຍາວເພື່ອຫຼີກເວັ້ນການບາດເຈັບ ແລະຮັບປະກັນຄວາມສະຫງົບປອດໄພໃຫ້ໄດ້ 100%, ທັງໝົດເພື່ອສ້າງຂະບວນການຕ້ອນຮັບວັດຊາດທີ 2 ທັນວາຄົບຮອບ 45 ປີ ແລະວັນສ້າງຕັ້ງກອງທັບປະຊາຊົນລາວທີ່ຈະມາເຖິງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະມີເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງ.