ຖໍ້າຜາສິງ ສະຖານທີ່ທ່ອງທ່ຽວທີ່ສວຍງາມ

  ສໍາລັບປະເທດເຮົາກໍເປັນປະເທດທີ່ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວທີ່ຢາຍກັນໄປຢູ່ແຕ່ລະແຂວງຊຶ່ງມີທັງທ່ອງທ່ຽວແບບທໍາມະຊາດ, ດ້ານວັດທະນະທໍາ ແລະທາງປະຫວັດສາດທີ່ໄດ້ຖືກຈັດສັນ ແລະເປີດໄວ້ເພື່ອບໍລິການໃຫ້ກັບບັນດານັກທ່ອງທ່ຽວທຸກຄົນໂດຍສະເພາະແມ່ນຖໍ້າຜາສິງ.

 ເມືອງບໍລິຄັນເປັນເມືອງໜຶ່ງທີ່ຂຶ້ນຊື່ລືນາມຄວາມສວຍສົດງົດງາມທາງດ້ານທໍາມະຊາດ, ປະຫວັດສາດ ແລະວັດທະນະທໍາທີ່ອ້ອມກອດໄປດ້ວຍພູຜາປ່າໄມ້ ແລະສາຍນໍ້າທີ່ຍັງຄົງຄວາມອຸດົມສົມບູນຢູ່ນອກຈາກນັ້ນຍັງມີສະຖານທີ່ທ່ອງທ່ຽວທາງທໍາມະຊາດໄວ້ໃຫ້ນັກທ່ອງທ່ຽວໄດ້ສໍາພັດຄວາມງົດງາມອີກຫຼາຍແຫ່ງບໍ່ວ່າຈະເປັນການຢ່າງຊົມຕາດ, ທ່ຽວຊົມຖໍ້າເພື່ອຊົມວິວທໍາມະຊາດ ແລະອື່ນໆ

 ຖໍ້າຜາສິງ ຖືເປັນອີກສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມອີກແຫ່ງໜຶ່ງຂອງເມືອງບໍລິຄັນທັງນີ້ກໍເນື່ອງຈາກວ່າຍັງຄົງມີຄວາມອຸດົມສົມບູນແບບທຳມະຊາດເປັນຢ່າງດີ, ບໍ່ວ່າຈະເປັນພູຜາປ່າໄມ້, ຫ້ວຍນໍ້າລຳທານ ແລະໂງ່ນຫີນທີ່ຢູ່ຕາມຖໍ້າກໍຍັງຄົງມີສະພາບເດີມໂດຍບໍ່ໄດ້ມີການດັດສ້າງ ຫຼື ຕົບແຕ່ງແຕ່ຢ່າງໃດເວົ້າໄດ້ວ່າ: “ຍັງງົດງາມດ້ວຍທຳມະຊາດ ໂດຍແທ້” ຊຶ່ງການເປັນມົນສະເໜ່ດຶງດູດຈິດໃຈຜູ້ທີ່ໄດ້ພົບເຫັນໃຫ້ຄິດຮອດຈົນຍາກທີ່ຈະລືມ, ຖໍ້າທີ່ວ່າຕັ້ງຢູ່ທາງທິດຕາເວັນອອກຂອງບ້ານຜາເມືອງ, ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ຂ່າວ: ວົງມະນີ ເສດຖະກິດສັງຄົມ

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ