ບໍລິຄຳໄຊ ບັນລຸຄາດໝາຍຜົນການປະເມີນສ້າງແຂວງເປັນຫົວໜ່ວຍຍຸດທະສາດ

  ແຂວງບໍລິຄຳໄຊຈັດກອງປະຊຸມຮັບຮອງຜົນການປະເມີນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ແລະສະຫຼຸບວຽກງານ 3 ສ້າງປະຈຳປີ 2020 ຂຶ້ນໃນວັນທີ 5 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂັ້ນແຂວງ,ພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງຜົນການປະເມີນມາດຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ, 66 ຕົວຊີ້ບອກເຫັນວ່າວຽກງານຫຼາຍດ້ານໄດ້ຮັບການປະເມີນ ແລະບັນລຸຕາມຄາດໝາຍທີ່ວ່າງໄວ້ໃນນັ້ນມາດຖານຫົວໜ່ວຍຍຸດທະສາດດ້ານການກໍ່ສ້າງພັກ ແລະພະນັກງານລວມທັງໝົດ 7 ຕົວຊີ້ບອກ,ບັນລຸໄດ້ 6 ຕົວຊີ້ບອກຫົວ ໜ່ວຍຍຸດທະສາດດ້ານການປົກຄອງ-ບໍລິຫານລັດ 10 ຕົວຊີ້ບອກ, ບັນລຸໄດ້ 9 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດໃນການຊຸກດັນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ 9 ຕົວຊີ້ບອກ, ບັນລຸໄດ້ 8 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການເງິນຂອງປະເທດບັນລຸໄດ້ທັງ 6 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການຄຸ້ມ ຄອງ, ຂຸດຄົ້ນ ແລະນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ, ພື້ນຖານວັດຖຸ-ເຕັກນິກ ແລະປົກປັກຮັກສາສິ່ງແວດລ້ອມ 13 ຕົວຊີ້ບອກ, ບັນລຸໄດ້ 9 ຕົວຊີ້ບອກ, ຫົວໜ່ວຍຍຸດທະສາດດ້ານການຄຸ້ມຄອງວັດທະນະທໍາ-ສັງຄົມ ແລະການພັດທະນາຊັບພະຍາກອນມະນຸດບັນລຸໄດ້ທັງ 16 ຕົວຊີ້ບອກ ແລະຫົວໜ່ວຍຍຸດທະສາດດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ເຂັ້ມແຂງ 5 ຕົວຊີ້ບອກ, ບັນລຸໄດ້ 4 ຕົວຊີ້ບອກລວມຕົວຊີ້ບອກ 7 ດ້ານທົ່ວແຂວງບັນລຸໄດ້ 58 ຕົວຊີ້ບອກເທົ່າກັບ 87,87%.

  ຫຼັງຈາກນັ້ນໃນກອງປະຊຸມກໍ່ຍັງໄດ້ມີການສະເໜີແລກປ່ຽນບົດຮຽນກັນໃນຫຼາຍບັນຫາສຳຄັນເປັນຕົ້ນແມ່ນການແກ້ໄຂບາງໂຕຊີ້ບອກທີ່ຍັງບໍ່ທັນບັນລຸຕາມມາດຖານ, ການເພີ່ມທະວີການປະສານງານລະຫວ່າງພະແນກການ, ການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງ, ເມືອງ ແລະ ບ້ານໃຫ້ລະອຽດຈະແຈ້ງຂຶ້ນຕື່ມ ແລະ ວຽກງານອື່ນໆ, ທັງນີ້ກໍ່ເພື່ອເຮັດໃຫ້ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ແລະວຽກງານ 3 ສ້າງໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງຊອກໃຫ້ໄດ້ຜົນສຳເລັດ, ຂໍ້ຄົງຄ້າງທີ່ບໍ່ບັນລຸຕົວຊີ້ບອກ ແລະແຜນການ, ວິທີແກ້ໄຂໃຫ້ໄດ້ຮັບຜົນສຳເລັດໄດ້ທັງປະລິມານ ແລະຄຸນນະພາບ.