ກາເຟສິນຄ້າທີ່ສົ່ງອອກສ້າງລາຍຮັບແກ່ປະເທດ

 

  ການສົ່ງອອກຜະລິດຕະພັນກາເຟເປັນສິນຄ້າ ຂອງ ສປປ ລາວ ສາມາດສ້າງລາຍຮັບໄດ້ປະມານ 100 ລ້ານໂດລາສະຫະລັດຕໍ່ປີປະຈຸບັນກາເຟໄດ້ກາຍເປັນຜະລິດຕະພັນທີ່ສຳຄັນ ແລະເປັນສິນຄ້າສົ່ງອອກທີ່ສ້າງລາຍຮັບອັນມະຫາສານໃຫ້ແກ່ປະເທດລາວສະເລ່ 100 ລ້ານໂດລາ ຕໍ່ປີລວມທັງການສ້າງວຽກເຮັດງານທຳໃຫ້ປະຊາຊົນ ໄດ້ເປັນຈຳນວນຫຼາຍ.  

   ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະອຸດສາຫະກຳແຂວງຫຼວງພະບາງໄດ້ລາຍງານໃຫ້ຮູ້ໃນໂອກາດສະເຫຼີມງານກາເຟລາວເມື່ອບໍ່ດົນມານີ້ວ່າ: ສຳລັບປະເທດລາວໂດຍສະເພາະແມ່ນຢູ່ພາກໃຕ້ເຂດພູພຽງບໍລະເວນການປູກກາເຟຖືວ່າໄດ້ຮັບການພັດທະນາທີ່ກ້າວໜ້າສາມາດຊ່ວຍເສີມສ້າງເສດຖະກິດ ແລະ ມີໂຄງສ້າງດ້ານການຈັດຕັ້ງກະຜະລິດທຸລະກິດກາເຟຢ່າງກວ້າງຂວາງສ່ວນຢູ່ພາກເໜືອເຫັນວ່າຍັງມີຫຼາຍຢ່າງເປັນສິ່ງທ່າທາຍຫຼາຍເປັນຕົ້ນພື້ນຖານໂຄງລ່າງມີຄວາມສູງຊັ້ນ, ເຫວເລິກບວກກັບຄວາມຮູ້ດ້ານວິຊາການດ້ານການພັດທະນາການປູກກາເຟຍັງມີຈຳກັດ, ແຕ່ຍັງມີກາລະໂອກາດ ແລະສິ່ງເອື້ອອຳນວຍທີ່ບົ່ມຊ້ອນຫຼາຍເຊັ່ນ: ດ້ານພະ ລັງງານການພັດທະນາບົນພື້ນຖານການພັດທະນາແບບຍືນຍົງ,ຍ້ອມມີຄວາມອຸດົມສົມບູນຊັບສົມບັດອັນລໍ້າຄ່າທາງດ້ານດ້ານທຳມະຊາດ,ວັດທະນາທຳຮີດ-ຄອງປະເພນີ ແລະປະຫວັດສາດອັນໄດ້ເຮັດໃຫ້ພາກເໜືອມີການພັດທະນາດີຂຶ້ນການເຕີບໂຕທາງດ້ານເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຈຸບັນກາເຟແມ່ນໜຶ່ງໃນບັນ ດາຜະລິດຕະພັນທີ່ມີຜູ້ບໍລິໂພກເພີ່ມຂຶ້ນຢູ່ໃນໂລກກໍ່ຄືໃນລາວ, ໃນປະຈຸບັນກາເຟລາວໄດ້ຮັບການຊຸກຍູ້ສົ່ງເສີມດ້ວຍການປັບປຸງຜະລິດຕະພັນໃຫ້ຫຼາກຫຼາຍ ແລະ ໂຄສະ ນາຜະລິດຕະພັນໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ຈົນກາຍເປັນສິນຄ້າຖິ່ນກຳເນີດຂອງຊາດລາວ, ທັງເປັນທີ່ຍອມຮັບຈາກພາກພື້ນ ແລະສາກົນ.

   ໃນທົ່ວປະເທດມີເນື້ອທີ່ປູກກາເຟປະມານ 1 ແສນເຮັກຕາ ຜົນຜະລິດໄດ້ 1 ແສນກວ່າໂຕນຕໍ່ປີ, ໃນນີ້ການຜະລິດກວມເອົາ 90% ມ່ນຢູ່ພາກກາງ ແລະພາກໃຕ້,  ສ່ວນພາກເໜືອຂອງລາວແມ່ນກວມເອົາພຽງ 10% ສະເພາະບັນດາແຂວງພາກເໜືອມີປະມານ 25 ພັນຄອບຄົວໄດ້ຮັບຜົນປະໂຫຍດ ແລະປະມານ 3 ແສນຄົນ ທີ່ໄດ້ອອກແຮງງານທັງມີລາຍຮັບຈາກການຜະລິດ ແລະປຸງແຕ່ງກາເຟ.

---------------

ຂ່າວແຫຼ້ ສຸລີນພອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ