ສວນດອກເຜິ້ງ ເນັ້ນບໍລິການລູກຄ້າແບບປະທັບໃຈ

   ສວນດອກເຜິ້ງ ແລະ ສູນພາສາອັງກິດໄບຣເຊັນເຕີເນັ້ນການບໍລິການລູກຄ້າແບບປະທັບໃຈເພື່ອສ້າງລາຍຮັບປີໜຶ່ງໃຫ້ໄດ້ 5 ຕື້ກວ່າກີບ ການທຸລະກິດເຮັດທຸລະກິດກ່ຽວກັບການຈັດສວນປະຈຸບັນໄດ້ຮັບຄວາມນິຍົມຈາກສັງຄົມຈຶ່ງເປັນທາງເລືອກໜຶ່ງໃຫ້ກັບທ່ານ ອິນເລັ່ງ ວົງສຸວັນ ຜູ້ອຳນວຍການສວນດອກເຜີ້ງປະຈຸບັນເປັນສະມາຊິກນັກທຸລະກິດໜຸ່ມແຂວງຫຼວງພະບາງ.

  ທ່ານ ອິນເລັ່ງ ວົງສຸວັນ ໄດ້ໃຫ້ສໍາພາດວ່າ: ຍ້ອນມີແຮງຈູງໃຈກ່ຽວກັບຄວາມຮັກທຳມະຊາດບວກກັບຄວາມຮູ້ ແລະປະສົບການທີ່ຕົນເອງໄດ້ຮຽນມາຈຶ່ງໄດ້ສ້າງຕັ້ງບໍລິ ສັດຂຶ້ນ, ຜ່ານການດຳເນີນທຸລະກິດເຫັນວ່າ: ການບໍລິການຈັດສວນຂອງບໍລິສັດສວນດອກເຜີ້ງໄດ້ມີຊື່ສຽງເປັນອັນດັບຕົ້ນໃນການຈັດສັນຕົບແຕ່ງສິ່ງແວດລ້ອມສີຂຽວປະດັບສໍານັກງານ, ໂຄງການຕ່າງໆສາມາດໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວແລະບໍລິສັດເປັນຈຳນວນຫຼາຍໃນແຕ່ລະປີ, ພ້ອມນີ້ບໍລິສັດໄດ້ສ້າງຕັ້ງສູນພາສາອັງກິດໂດຍໃສ່ຊື່ວ່າ: ສູນພາສາອັ່ງກິດແມ່ຂອງໃນເມື່ອກ່ອນຊຶ່ງຕັ້ງຢູ່ບ້ານປ່ອງຄໍາກໍ່ຄືສູນພາສາອັງກິດ ໄບຣເຊັນເຕີ ຕັ້ງຢູ່ບ້ານນາສ້າງເຫວີຍ ໃນປະຈຸບັນນັບແຕ່ມື້ສ້າງຕັ້ງເປັນຕົ້ນມາໄດ້ພັດທະນາ ແລະສ້າງບຸກຄະລາກອນຜູ້ທີ່ມີຄວາມຮູ້-ຄວາມສາມາດດ້ານການສື່ສານພາສາອັງກິດອອກຮັບໃຊ້ສັງຄົມ 3 ພັນກວ່າຄົນ ແລ້ວ ແລະໃນສົກຮຽນ2020 ນີ້ມີນັກຮຽນ 300 ກວ່າຄົນ ທ່ານ ອິນເລັ່ງ ວົງສຸວັນ ໃຫ້ຮູ້ຕື່ມວ່າ: ມາຮອດປະຈຸບັນບໍລິສັດໄດ້ຮັບຄວາມໄວ້ວາງໃຈໃຫ້ຈັດສວນໃນຫຼາຍໂຄງການນ້ອຍ-ໃຫ່ຍ ຫຼາຍແຫ່ງໂດຍນຳໃຊ້ແຮງງານປະຈຳສວນຈຳນວນ 120 ຄົນຕໍ່ປີ, ສາມາດສ້າງລາຍຮັບຈາກການຈັດສວນປະມານ 3 ຕື້ກີບຕໍ່ປີ, ສ່ວນການບໍລິການສູນພາສາອັງກິດສາມາດສ້າງລາຍຮັບໄດ້ປະມານ 2 ຕື້ກີບ ຕໍ່ປີ, ລວມຍອດລາຍຮັບທັງໝົດປະມານ 5 ຕື້ກີບຕໍ່ປີ.

  ປະຈຸບັນບໍລິສັດຈັດສວນດອກເຜີ້ງໄດ້ສຸມໃສ່ແນວທາງປ່ຽນແປ່ງໃໝ່ຂອງພັກ-ລັດຖະບານກໍ່ຄືແຜນຍຸດທະສາດຂອງນະຄອນ-ຫຼວງພະບາງ ໃນການພັດທະນາເສດຖະ ກິດ-ສັງຄົມ ເພື່ອສ້າງນະຄອນ-ຫຼວງພະບາງກາຍເປັນນະຄອນສີຂຽວຍືນຍົງ ແລະໜ້າຢູ່ໂດຍໄດ້ລິເລີ່ມເຮັດທຸລະກິດກ່ຽວກັບການປູກ-ຂາຍຕົ້ນໄມ້ປະດັບ ແລະ ຮັບຈັດສວນ, ຊຶ່ງໄດ້ຈັດສວນຕົວແບບໃກ້ຢູ່ຂ້າງສວນສາທາລະນະລ້ານຊ້າງບ້ານພັນຫຼວງເພື່ອໃຫ້ລູກຄ້າທ່ຽວຊົມເປັນແບບຢ່າງໃນການຈັດສວນຂອງບໍລິສັດ, ທັງເປັນການສ້າງສີສັນສວຍງາມໃຫ້ກັບສະພາບແວດລ້ອມສີຂຽວເຂດອ້ອມຮອບນະຄອນຫຼວງພະບາງຕື່ມອີກ.

--------------

ຂ່າວ: ແຫຼ້ ສຸລີນພອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ