ຜົນກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງໄຊພູທອງຄັ້ງທີ VIII

 ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງໄຊພູທອງແຂວງສະຫວັນນະເຂດຄັ້ງທີ VIII ໄດ້ສຳເລັດລົງຢ່າງເປັນທາງການ, ໃນຄັ້ງວັນທີ 4 ພະຈິກ 2020 ທີ່ສາລາໂຮງທຳວັດຄັຄຄາຣາມບ້ານຫົວຫາດໂດຍການໃຫ້ກຽດເຂົ້າຮ່ວມຂອງພະອາຈານສົມບູນສິຣິປັນໂຍເຈົ້າຄະນະກຳມະການສູນກາງ ອພສ ແຂວງສະຫວັນນະເຂດມີເຈົ້າຄະນະ ອພສ ເມືອງໄຊພູທອງ, ທ່ານເຈົ້າ ເມືອງໄຊພູທອງພ້ອມດ້ວຍພະສົງສຳມະເນ ແລະແຂກຖືກເຊີນເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້, ພະອາຈານ ສົມບູນ ສິຣິປັນໂຍ ເຈົ້າຄະນະ ອພສ ແຂວງກໍ່ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງໄຊພູທອງຄັ້ງທີຄັ້ງທີ VIII, ຈາກນັ້ນພະອາຈານແສງສະຫວ່າງອິນສີນາຄະນະບໍລິຫານງານ ອພສ ເມືອງ ກໍ່ໄດ້ຂື້ນຜ່ານບົດລາຍງານສະຫຼຸບການເຄື່ອນໄຫວງົນງານ 5 ປີ ແລະ ທິດທາງການວາງແຜນໄລຍະ 5 ປີ ຂ້າງໜ້າຊຶ່ງທ່ານກໍ່ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍໆ ດ້ານເປັນຕົ້ນແມ່ນໄດ້ລະດົມດ້ານວັດຖຸທຶນຮອນ ແລະແຮງງານຈາກພໍ່ແມ່ປະຊາຊົນປະກອບສ່ວນເຂົ້າໃນການປະຕິສັງຂອນວັດວາອາຣາມ ແລະພັດທະນາເສດຖະກິດ-ສັງຄົມ ພາຍໃນເມືອງໄຊພູທອງຄິດເປັນມູນຄ່າ 11 ຕື້ກີບ, ສິ່ງທີ່ພົ້ນເດັ່ນທີ່ສຸດແມ່ນການປະ ກອບສ່ວນຈາກພະທາດໂຜນເຂົ້າໃນການສ້າງສາພັດທະນາລວມມູນຄ່າ 8,7 ຕື້ກີບ, ແລະຄະນະເມືອງຍັງໄດ້ລະດົມສ້າງຄອບຄົວສາມັກຄີກັບຫ້ອງການແນວລາວສ້າງຊາດເມືອງໃນ 5 ປີຜ່ານມາ 6,831 ຄອບຄົວ ແລະສ້າງບ້ານສາມັກຄີປອງດອງພາຍໃນເມືອງໄດ້ 100%, ນອກຈາກນີ້ຍັງໄດ້ປະກອບສ່ວນເຂົ້າໃນການສ້າງບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍຢູ່ຊົນນະບົດໄດ້ 02 ບ້ານຄື: ບ້ານນາຄຳ ແລະບ້ານມ່ວງໄຂ່, ຄຽງຄູ່ກັນນັ້ນຍັງໄດ້ຂົນຂວາຍຈາກຊາວພຸດພາຍໃນເມືອງ ແລະສົມທົບກັບການຈັດຕັ້ງພັກ-ລັດ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ນຳພາບູລະນະປະຕິສັງຂອນສ້າງວັດວາອາຮາມຂຶ້ນຫຼາຍແຫ່ງພາຍໃນທົ່ວເມືອງໄຊພູທອງເຊັ່ນ: ສ້າງໂຮງໝໍສົງ (ຕຶກສົງ) ສ້າງພັດທະສິມມາ, ສາລາໂຮງທຳ, ກຸດວິຫານ, ກຳແພງວັດ ແລະຖະໝົນຫົນທາງນອກຈາກນັ້ນ, ຍັງໄດ້ປະກອບສ່ວນບູລະນະທາງລະຫວ່າງບ້ານຕໍ່ບ້ານລວມມີ 5 ແຫ່ງຄື: ສົມສະອາດ, ນາໂດນ, ຄຳແຮ້ງລວມມູນຄ່າ 151 ລ້ານກວ່າກີບ, ສ້າງທາງແຕ່ບ້ານດົງໂພສີ, ໂພໄຊຄຳສະຫວ່າງມູນຄ່າ 170 ລ້ານກວ່າກີບ, ເສັ້ນທາງນົກຂຽນຫານາບໍ່ 85 ລ້ານກີບ, ປະກອບສ່ວນຊື້ເຄື່ອງເອັກໂກໃຫ້ໂຮງໝໍເມືອງຈຳນວນ 17 ລ້ານກີບ ແລະອື່ນໆ.

  ກອງປະຊຸມຄັ້ງນີ້, ໄດ້ຄົ້ນຄ້າປະຊາປະຊາມັດຕິຮັບຮອງເອົາການແຕ່ງຕັ້ງເຈົ້າຄະນະເມືອງ ແລະຄະນະທີ່ປຶກສາອົງການພຸດທະສາສະໜາສັມພັນລາວເມືອງໄຊພູທອງປະກອບມີ 3 ອົງຄື: ຍາທ່ານ ແພງພັນ ເປັນປະທານທີ່ປຶກສາ, ຍາທ່ານ ພິມພາ ຄຳວິໄລ ເປັນຮອງ (1) ແລະຍາທ່ານສີຄຳແສນໄຊເປັນຮອງ (2), ແຕ່ງຕັ້ງຄະນະບໍລິຫານງານ ອພສ ເມືອງປະກອບມີ 15 ອົງ, ແຕ່ງຕັ້ງຄະນະບໍລິຫານງານປະຈຳການ ອພສ ເມືອງປະກອບມີ 7 ອົງ, ແຕ່ງຕັ້ງຄະນະຫ້ອງບໍລິຫານງານ ອພສ ເມືອງປະກອບມີ 4 ແຕ່ງຕັ້ງກັມມາທິການປົກຄອງສົງປະກອບມີ 7 ອົງ, ກຳມາທິການເຜີຍແຜ່ສິລະທຳ ແລະປະຕິບັດກຳມະຖານປະກອບມີ 5 ອົງ, ກຳມາທິການສາທານຸປະການປະກອບມີ 5 ອົງ, ແລະກຳມາທິການສຶກສາສົງປະກອບມີ 5 ອົງ, ນອກນັ້ນ, ຍັງໄດ້ມອບໃບປະກາດແຕ່ງຕັ້ງເຈົ້າຄະນະເມືອງ ແລະໃບຍ້ອງຍໍອົງການພຸດທະສາດສະໜາສຳພັນລາວໃຫ້ຜູ້ທີ່ມີຜົນງານຕໍ່ວຽກງານ ອພສ ເມືອງໄລຍະຜ່ານມາ.