ຫວຽດນາມ-ໄທ ສູ້ຊົນວົງການ ການຄ້າໃຫ້ບັນລຸ 20 ຕື້ໂດລາ

  ທ່ານນາຍົກລັດຖະມົນຕີ ສສ ຫວຽດາມ ຫງວຽນຊວັນຟຸກສະເໜີໃຫ້ຫວຽດນາມ-ໄທເພີ່ມຄວາມມານະພະຍາຍາມນຳວົງການຄ້າ 2 ຝ່າຍ ໃຫ້ບັນລຸຄາດໝາຍ 20 ຕື້ໂດລາສະຫະລັດຕໍ່ປີຕາມຂ່າວຕ່າງປະເທດລາຍງານວ່າທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທປຣະຢຸດຈັນ ໂອຊາ ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ-ໄທ ແລະການຮ່ວມມືຢູ່ພາກພື້ນກ່ອນການດຳເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 37ທ່ານ ນາຍົກລັດຖະມົນຕີໄທໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານໄທໄດ້ໜູນຊ່ວຍຫວຽດນາມ 30.000 ໂດລາເພື່ອປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳ ມະຊາດທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກສະເໜີໃຫ້ 2 ປະເທດມານະພະຍາຍາມນຳວົງການຄ້າ 2 ຝ່າຍໃຫ້ບັນລຸຄາດໝາຍ 20 ຕື້ໂດລາຕໍ່ປີ,ພ້ອມທັງສະເໜີໃຫ້ ຝ່າຍໄທເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ, ສົ່ງເສີມບັນດາກຸ່ມບໍລິສັດຂາຍຍ່ອຍຂອງໄທເພີ່ມທະວີການນຳສິນຄ້າຂອງຫວຽດນາມເຂົ້າໃນລະບົບແຈກຢາຍຂອງຕົນເພື່ອແນໃສ່ຫຼຸດຜ່ອນສະພາບນຳເຂົ້າເກີນດຸນຂອງ ຫວຽດນາມໃນການແລກປ່ຽນການຄ້າກັບໄທ.

  ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບຄວາມສຳຄັນຂອງເລື່ອງສືບຕໍ່ສາມັກຄີກັນ, ຮັກສາຫຼັກໝັ້ນລວມຂອງອາຊຽນກ່ຽວກັບທະເລຕາເວັນອອກ; ສົມ ທົບກັນດຳເນີນການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (CO C)ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.