ອັດຕະປີ ຍົກລະດັບການຄຸ້ຄອງຂໍ້ມູນລັດຖະກອນແບບເອເລັກໂຕນິກ

  ວັນທີ 9 ພະຈິກ 2020 ແຂວງອັດຕະປືໄດ້ຈັດຊຸດອົບຮົມລະບົບຄຸ້ມຄອງຂໍ້ມູນລັດຖະກອນແບບເອເລັກໂຕນິກໃຫ້ພະນັກງານຫຼັກແຫຼ່ງຈາກພະແນກການອ້ອມຂ້າງແຂວງອັດຕະປຶຂຶ້ນທີ່ຫ້ອງປະຊຸມຫ້ອງວ່າປົກຄອງແຂວງ, ເປັນປະທານໂດຍທ່ານນາງ ມີນາພອນ ໄຊສົມພູ ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື, ມີທ່ານ ສຸລິວັນ ອ່ອນຕາວົງຮອງຫົວໜ້າກົມຄຸ້ມຄອງລັດຖະກອນກະຊວງພາຍໃນ, ມີວິທະຍາກອນຈາກສູນກາງ ແລະວິທະຍາກອນຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

  ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ກໍ່ເພື່ອເປັນການຍົກລະດັບດ້ານບໍລິຫານບຸກຄະລາກອນໂດຍນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງລັດຖະກອນໃຫ້ທັນສະໄໝ, ຊຶ່ງວຽກງານຄຸ້ມຄອງພະນັກງານ-ລັດຖະກອນມີຄວາມຈຳເປັນຕ້ອງໄດ້ຫັນເປັນທັນສະໄໝສະນັ້ນວຽກງານການນຳໃຊ້ຖານຂໍ້ມູນຄຸ້ມຄອງພະນັກງານ-ລັດຖະກອນແບບເອເລັກໂຕນິກແມ່ນມີຄວາມສຳຄັນທີ່ສຸດໃນຍຸກປະຈຸບັນ, ຊຶ່ງຈະຊ່ວຍໃຫ້ການຕິດຕາມກວດ ແລະຄຸ້ມຄອງຂໍ້ມູນດ້ານຕ່າງໆຂອງລັດຖະກອນໄດ້ຢ່າງສະດວກ, ວ່ອງໄວ ແລະຮັບປະກັນຄວາມຖືກຕ້ອງ, ເປັນຕົ້ນແມ່ນການກວດຜ່ານບັນຊີຈຳນວນພົນເງິນເດືອນ, ເງິນອຸດໜູນຕ່າງໆ, ການເລື່ອນຊັ້ນ-ຂັ້ນເງິນເດືອນ, ການດັດແກ້ຂໍ້ມູນອື່ນໆ.

ຊຸດອົບຮົມຈະດໍາເນີນເປັນເວລາ 5 ວັນ, ຊຶ່ງນັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບລະບົບຄຸ້ມຄອງຂໍ້ມູນລັດຖະກອນແບບເອເລັກໂຕນິກ, ການເຊື່ອມຕໍ່ລະບົບເງິນເດືອນກັບບັນຊີຈໍານວນພົນເປັນບັນຊີອັນດຽວ ແລະ ຂະຫຍາຍການນໍາໃຊ້ລະບົບຂໍ້ມູນລັດຖະກອນຢູ່ທ້ອງຖິ່ນ, ລະບົບຄຸ້ມຄອງລັດຖະກອນແບບເອເລັກໂຕນິກ, ຕິດຕັ້ງລະບົບຄຸ້ມຄອງຂໍ້ມູນລັດຖະກອນ, ວິທີການກວດຜ່ານຈໍານວນພົນແບບທັນສະໄໝ,ການບໍລິຫານຕົວເລກລັດຖະກອນໃໝ່, ການເລື່ອນພະນັກງານຝຶກງານເປັນສົມບູນ, ການເລື່ອນຊັ້ນ-ຂັ້ນເປັນປົກກະຕິ, ການຍົກຍ້າຍ, ການໄປຍົກລະດັບ, ຍົກຍ້າຍພາຍໃນ, ການປະຕິບັດວິໄນ ແລະການອອກຈາກລັດຖະກອນໃນຮູບການຕ່າງໆ, ວິທີການພິມບັນດາຕາຕະລາງຈໍານວນພົນອອກຈາກລະບົບເພື່ອໄປກວດຜ່ານພາກສ່ວນກ່ຽວຂ້ອງ, ການປ້ອນຂໍ້ມູນຈາກແບບຟອມຂໍ້ມູນລັດຖະກອນລົງຖານຂໍ້ມູນລັດຖະກອນ.

--------

ຂ່າວ: ຫຼວງອາໄພ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ