ເມືອງປາກຊັນ ຄາດຈະເກັບກ່ຽວເຂົ້ານາປີສຳເລັດທ້າຍເດືອນນີ້

   ໃນອາທິດຜ່ານມາຫົວຫ້ອງການກະສິກໍາ ແລະປ່າໄມ້ ເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມດ້ວຍວິຊາການໜ່ວຍງານກ່ຽວຂ້ອງລົງເຄື່ອນໄຫວຕິດຕາມການເກັບກ່ຽວຜົນຜະລິດເຂົ້ານາປີຂອງພໍ່ແມ່ປະຊາຊົນຢູ່ແຕ່ລະເຂດພາຍໃນເມືອງປາກຊັນຊຶ່ງມາຮອດປະຈຸບັນສາມາດເກັບກ່ຽວເຂົ້າໄດ້ປະມານ 65% ຂອງເນື້ອທີ່ຜະລິດທັງໝົດ 10.850 ເຮັກຕາ ແລະຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນພະຈິກນີ້ສົກປີ 2020 ປະຕິບັດໄດ້ 10.850 ເຮັກຕາ.

   ທ່ານ ສົມສິດ ຈັນທະລາ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ ເມືອງປາກຊັນ ໃຫ້ຮູ້ວ່າ: ການເກັບກ່ຽວຜົນຜະລິດຂອງຊາວນາພາຍໃນເມືອງປາກຊັນມາຮອດປະຈຸ ບັນແມ່ນໄດ້ປະມານ 65%,ສະມັດຕະພາບສະເພາະສົກປີ 2020ນີ້ແມ່ນຈະສູ້ຊົນໃຫ້ໄດ້ 4,2ໂຕນຕໍ່ເຮັກຕາ,ຄາດວ່າຈະເກັບກູ້ຜົນຜະລິດເຂົ້ານາປີໃຫ້ສຳເລັດ100% ໃນທ້າຍເດືອນພະຈິກນີ້, ພາຍຫຼັງເກັບກ່ຽວເຂົ້ານາປີສຳເລັດແລ້ວເມືອງປາກຊັນພ້ອມສືບຕໍ່ກະກຽມວາງແຜນຜະລິດປູກພືດລະດູແລ້ງເປັນສິນຄ້າ, ຜະລິດເຂົ້ານາແຊງ ໃນສົກປີ 2021 ໃນເນື້ອທີ່ 500 ເຮັກຕາ ແລະພືດລະດູແລງ 2.369 ເຮັກຕາ, ຊຶ່ງທົ່ວເມືອງປາກຊັນມີສະຖານີຈັກສູບນໍ້າ 13 ແຫ່ງ ແລະມີອ່າງເກັບນໍ້າ 2 ແຫ່ງ ຢູ່ໃນຈໍານວນ 8 ບ້ານ ແລະສາມາດສະໜອງນໍ້າໄດ້ 500 ເຮັກຕາ ຕາມແຜນການທີ່ກຳນົດໄວ້.

   ປະຈຸບັນທາງໜ່ວຍງານກ່ຽວຂ້ອງກໍ່ຄືຫ້ອງການກະສິກຳ ແລະປ່າໄມ້ເມືອງສົມທົບກັບອຳນາດການປົກຄອງແຕ່ລະບ້ານພວມສ້າງເງື່ອນໄຂ ແລະສ້າງຄວາມອຳນວຍຄວາມສະດວກເປັນຕົ້ນແມ່ນປັບປຸງສ້ອມແປງຄອງຊົນລະປະທານ, ຊຸກຍູ້ໃຫ້ປະຊາຊົນ ແລະຄອບຄົວທີ່ເຮັດການຜະລິດດ້ານກະສິກໍາ, ຄອບຄົວຕົວແບບໃນການຜະລິດ ແລະຄອບຄົວອື່ນໆ ເພື່ອກະກຽມພ້ອມລົງມືປູກພຶດລະດູແລ້ງໃນເນື້ອທີ່ທັງໝົດ 1.267 ເຮັກຕາ ໃຫ້ໄດ້ຕາມແຜນການທີ່ກຳນົດໄວ້ໃນສົກປິ 2021 ນີ້.