ພະນັກງານຂະແໜງການເງິນ-ບັນຊີ ເຊື່ອມຊຶມນິຕິກຳບັນຊີແຫາງລັດ

  ກົມບັນຊີກະຊວງການເງິນຮ່ວມກັບພະແນກການເງິນ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່-ແນະນຳກ່ຽວກັບບັນຊີແຫ່ງລັດຂຶ້ນວັນທີ 4 ພະຈິກ 2020 ທີ່ຫ້ອງປະຊຸມພະແນກການເງິນແຂວງຫຼວງພະບາງ ໂດຍມີທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ທ່ານ ອຸດອນ ທຳມະວົງສາ ຮອງຫົວໜ້າກົມບັນຊີກະຊວງການເງິນ, ມີພະນັກງານທີ່ເຮັດວຽກກ່ຽວກັບການເງິນຂອງພະແນກການ, ກົມກອງ ແລະວິສາຫະກິດອ້ອມຂ້າງແຂວງເຂົ້າ ຮ່ວມ.
  ທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງກ່າວວ່າ: ການເຜີຍແຜ່-ແນະນຳກ່ຽວກັບບັນຊີແຫ່ງລັດໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ພະນັກງານການເງິນ-ການບັນຊີຂອງລັດ, ວິສາຫະກິດໄດ້ຮັບຮູ້ເຂົ້າໃຈຕໍ່ການຈັດຕັ້ງປະຕິບັດລະບຽບກົດໝາຍດ້ານການເງິນ ແລະແຜນງົບປະມານແຫ່ງລັດປະຈຳປີ 2020 ໂດຍສະເພາະແມ່ນຜູ້ຮັບຜິດຊອບວຽກງານການເງິນຂອງພະແນກການ, ຂະແໜງການ, ກົມກອງທີ່ກ່ຽວຂ້ອງໄດ້ເຂົ້າໃຈລະບຽບຫຼັກ ການດ້ານການບັນຊີເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງສາມາດຄຸ້ມຄອງ, ກວດສອບໄດ້ຢ່າງຖືກຕ້ອງນອກນີ້, ຍັງເປັນພື້ນຖານໃຫ້ແກ່ການຄິດໄລ່ຫົວໜ່ວຍບັນຊີ, ການຈັດເກັບລາຍອາກອນປະເພດຕ່າງໆ ເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
  ພ້ອມນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ເອກະສານທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານບັນຊີແຫ່ງລັດເປັນຕົ້ນແມ່ນກົດໝາຍວ່າດ້ວຍການບັນຊີ, ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ, ປຶ້ມຄູ່ມືບັນຊີຂອງອົງການຈັດຕັ້ງລັດ, ການຄຸ້ມຄອງໂປຣແກຣມບັນຊີ, ຂັ້ນຕອນການອອກໃບຕິດຕາມການຖືບັນຊີປະຈຳປີສຳລັບຈຸນລະວິສາຫະກິດ, ການຄຸ້ມຄອງ ວຽກງານກວດສອບອິດສະລະ, ລະບົບບັນຊີວິສາຫະກິດສະບັບປັບ ປຸງ ແລະບາງນິຕິກຳທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານບັນຊີອື່ນໆຕື່ມອີກ.

----

ຂ່າວ: ສີສຸວັນ