ສະຫວັນ ມອບເງິນອຸດໜູນໃຫ້ຜູ້ມີຜົນງານຕໍ່ຊາດ

  ໃນວັນທີ 5 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດໄດ້ມີພິທີມອບ-ຮັບເງິນອຸດໜູນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີຕໍ່ປະເທດຊາດໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມແຂວງ, ທ່ານ ບຸນລົບ ໂຄດຫຼັກຄຳຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ຍາດພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດເຂົ້າຮ່ວມ.
ທ່ານ ວາລິນ ອິນທະສອນ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ເລກທີ 1740/ຮສສ, ລົງວັນທີ 10 ມິຖຸນາ 2020 ວ່າດ້ວຍການປະຕິບັດນະໂຍບາຍເງິນອຸດໜູນເສຍສະຫຼະຊີວິດໃນປາງສົງຄາມປະຈຳ ປີ 2020 ຈຳນວນ 85 ທ່ານ, ຍິງ 3 ທ່ານ, ມີຈຳນວນເງິນທັງ ໝົດ 2 ຕື້ກວ່າກີບ ໂດຍການມອບຂອງທ່ານ ວຽງທະວີ ສອນເທບພະຈັນ.