ສຕລ ຈັດກິດຈະກຳຮຽນພາສາອັງກິດ ແລະ ການຝຶກຊ້ອມເຕະບານ

  ວັນຈັນ 18 ກຸມພາ 2019 ຢູ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດກິດຈະກຳຮຽນພັກແລ້ງພາສາອັງກິດ ແລະ ການຝຶກຊ້ອມເຕະບານທີ່ໂຮງ ຮຽນ ARSENAL SOCCERປະເທດອັງກິດໃຫ້ກຽດເຂົ້າຮ່ວມທ່ານ ​ນາງ​ ນິນປະເສີດ ຈັນທະວີສຸກ​ ອຳນວຍການບໍລິສັດ HYPER LEARNING & CONSULTANCY ທ່ານ ​ນາງ​ ກັນຍາ​ ແກ້ວມະນີ​ ເລຂາທິການສະຫະ ພັນບານເຕະແຫ່ງຊາດລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ສຳລັບໂຄງການດັ່ງກ່າວແມ່ນຈັດເປັນປີທຳອິດຢູ່ປະເທດລາວທີ່ມີການເປີດໂຄງ ການຝຶກ ຊ້ອມເຕະບານ ແລະ ຮຽນພາສາອັງກິດທີ່ໂຮງຮຽນ ARSENAL SOCCER ໂດຍການຖືກຮັບຮອງຈາກສະໂມສອນ ບານເຕະຊື່ດັງຂອງລີກອັງກິດຢ່າງARSENAL ໂດຍທາງ ບໍລິສັດ HYPER LEARNING & CONS ULTANCY ຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວໄດ້ຈັດກິດຈະກຳຮຽນພັກແລ້ງພາສາອັງກິດແລະການຝຶກຊ້ອມເຕະບານຢູ່ທີ່ເມືອງລອນດອນປະເ ທດອັງກິດ,ໂດຍໂຄງການນີ້ຈະເນັ້ນໃສ່ການຝຶກຝົນທັກສະ,ການຝຶກຊ້ອມ ແລະ ຍຸດທະວິທີ ທີ່ຫລາກ ຫລາຍ ພ້ອມທັງສ້າງຄວາມທ້າທາຍທາງດ້ານເຕັກນິກ ແລະກົນລະຍຸດທີ່ຈເປັນແກ່ການພັດທະນານັກເຕະ, ທັກສະເຫລົ່ານີ້ເປັນພື້ນຖານຕາມຫລັກການຂອງທີມ ARSENAL ແລະເປັນສິ່ງທີ່ສະໂມສອນໃຊ້ເພື່ອຫລິ້ນຕາມຮູບແບບທີ່ຫນ້າດຶງດູດ.

  ຊຶ່ງມີໂປແກຣມດັ່ງກ່າວແຕ່ລະອາທິດຮຽນອັງກິດ15 ຊົ່ວໂມງ ແລະ ຝຶກຊ້ອມເຕະບານ15 ຊົ່ວໂມງ ໃນໄລຍະ2 ອາທິດທາງໂຮງຮຽນເປີດຮັບນັກຮຽນຍິງ -ຊາຍ ອາຍຸ 8-16 ປີ (ເປັນກຸ່ມ 10 ) ແລະ ອາຍຸ 10-16 ປີ (ໄປດ່ຽວ) ສ່ວນມື້ເດີນທາງໂຮງຮຽນແມ່ນວັນທີ 06 - 21 ກໍລະກົດ 2019 ຫລື 20 ກໍລະກົດຫາ 04 ສິງຫາ 2019,ທຸກໆໂປແກຣມຂອງແຕ່ລະປະເທດ ແມ່ນທາງບໍລິສັດ ໄຮເປີ ຈະມີຜູ້ນຳພາເດີນທາງ ແລະ ຕິດຕາມ ນ້ອງນັກຮຽນທີ່ເຂົ້າຮ່ວມແມ່ນຈະໄດ້ຮັບຊຸດຟຣີຈາກ ARSENAL SOCCER SCHOOL,ນອກຈາກນີ້ຍັງໄດ້ໄປທັດສະນະສຶກສາຢູ່ທີ EMIRATES STADIUM. BRIGTON,CAMBRIDGE ຫລືOXFORDໃ ນລອນດອນ.
  ຜູ້ທີ່ສົນໃຈສາມາດຕິດຕໍ່ສອບຖາມຂໍ້ມູ້ນເພີ່ມເຕີມໄດ້ທີ່ບໍລິສັດ HYPER LEARNING & CONSULTANCY SOLE CO.,LTD ຫນ່ວຍ 13 ບ້ານ ຫນອງບອນ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບີໂທ: +85630 4811310 / 7776589, ເບີມຶຖື +85620 29244565.

ເຂີຍ ບ້ານຫ້ອມ