ວິທະຍາໄລຄູສາລະວັນ ປະຊຸມວຽກປະກັນຄຸນນະພາບ

  ໃນວັນທີ 9-10 ພະຈິກ 2020 ທີ່ສະໂມສອນວິທະຍາໄລຄູສາລະວັນໄດ້ຈັດກອງປະຊຸມວຽກງານປະກັນຄຸນນະພາບພາຍໃນ ແລະການສ້າງສູນແຫ່ງການພັດທະນາ, ສູນແຫ່ງຄວາມເປັນເລີດປະຈໍາສົກຮຽນ  2019-2020 ໂດຍການເປັນປະທານຂອງທ່ານ ສຸລິດ ສຸລິວົງ ຜູ້ອຳນວຍການວິທະຍາໄລຄູສາລະວັນ, ທ່ານ ນາງ ວິສັງຂານ ພໍບຸບຜາ ຮອງຫົວໜ້າພະແນກກວດກາຕິດຕາມ ແລະ ປະເມີນຜົນກົມສ້າງຄູກະຊວງສຶກສາທິການ ແລະ ກີລາ, ທ່ານ ສຸກວັດທະນາ ແກ້ວສັກສິດ ວິຊາການພະແນກກວດກາຕິດຕາມ ແລະປະເມີນຜົນກົມສ້າງຄູ, ມີບັນດາຫົວໜ້າຫ້ອງການ 10 ຫ້ອງການ ແລະຄູ-ອາຈານເຂົ້າຮ່ວມ.

ທ່ານ ຈັນທະວີໄຊ ແຫວນພະຈັນ ຮອງຫົວໜ້າຫ້ອງການວັດຜົນ ແລະປະເມີນຜົນໄດ້ຂຶ້ນນຳສະເໜີຮ່າງບົດລາຍງານປະກັນຄຸນນະພາບພາຍໃນ ແລະຜ່ານບົດລາຍງານແຕ່ລະມາດຕະຖານຢ່າງລະອຽດແລ້ວພິຈາລະນາຄວາມເໝາະສົມທາງດ້ານເນື້ອໃນ, ຄວາມສອດຄ່ອງທາງດ້ານຂໍ້ມູນຫຼັກຖານ, ສິ່ງປະຕິບັດໄດ້, ບັນຫາຄົງຄ້າງ ແລະການປັບປຸງຈາກຂໍ້ສະເໜີແນະເພື່ອການພັດທະນາ, ພ້ອມກັນນັ້ນກໍໄດ້ມີການແລກປ່ຽນຄຳຄິດເຫັນທາງດ້ານເນື້ອໃນເອກະສານເພື່ອປະກອບໃສ່ບົດລາຍງານປະກັນຄຸນ ນະພາບໃຫ້ສອດຄ່ອງ.

   ການຈັດກອງປະຊຸມຄັ້ງນີ້ເພື່ອເປັນການປະກັນຄຸນນະພາບການສຶກສາພາຍໃນວິທະຍາໄລຄູສາລະວັນໃຫ້ບັນລຸຕາມເງື່ອນໄຂຂອງມາດຕະຖານການປະກັນຄຸນນະພາບສະຖານສຶກສາຊັ້ນສູງ.