ໂຮງຮຽນວິຈິດສິນຊັ້ນກາງມອບໃບປະກາສະນີຍະບັດໃຫ້ນັກສຶກສາ

   ວັນທີ 6 ພະຈິກ ຜ່ານມາທີ່ໂຮງຮຽນວິຈິດສີນຊັ້ນກາງແຂວງສະຫວັນນະເຂດ ແລະ ຊັ້ນສູງສາຂາຂອງສະຖາບັນວິຈິດສິນແຫ່ງຊາດໄດ້ຈັດພິທີໄຂສົກຮຽນໃໝ່ສົກ 2020–2021 ພ້ອມທັງມອບໃບປະກາສະນີຍະບັດໃຫ້ແກ່ນັກສືກສາທີ່ຮຽນຈົບໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳສຸກ ແກ້ວມີໄຊ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ, ທ່ານ ມົງກຸດເພັດ ວົງພະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງ,ຫົວໜ້າຂະແໜງການພະແນກຖະແຫຼງຂ່າວວັດ ທະນະທຳ ແລະທ່ອງທ່ຽວພ້ອມດ້ວຍຄູ-ອາຈານນັກສືກສາວິຈິດສິນເຂົ້າຮ່ວມ.

 ໂຮງຮຽນວິຈິດສິນຊັ້ນກາງ ແຂວງສະຫວັນນະເຂດເປັນໂຮງຮຽນໜຶ່ງທີ່ຂຶ້ນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ແລະວິຈິດສິນຊັ້ນສູງສາຂາຂອງສະຖາບັນວິຈິດສິນແຫ່ງຊາດການປະຕິບັດວຽກງານໃນໄລຍະສົກ 2019-2020 ດ້ານການຮຽນ-ການສອນແມ່ນປະຕິບັດຕາມປະມວນຫຼັກສູດຂອງກົມວິຈິດສິນກໍ່ຄືສະຖາບັນວິຈິດສິນແຫ່ງຊາດວາງອອກ,ໝວດວິຊາທິດສະດີທົ່ວໄປຊັ້ນກາງ 39 ບົດຊັ້ນສູງ 82 ບົດ, ວິຊາທິດສະດີວິຊາສະເພາະຊັ້ນກາງ 166 ບົດ, ຊັ້ນສູງ 147 ບົດ, ວິຊາສະເພາະຈິດຕະກຳຊັ້ນສູງ 60 ບົດ, ວິຊາສະເພາະປັ້ນຫຼໍ່ຊັ້ນກາງ 30 ບົດ, ຊັ້ນສູງ 50 ບົດ, ວິຊາສະເພາະຄວັດແກະຊັ້ນສູງ 55 ບົດ, ວິຊາສະເພາະພາບພິມຊັ້ນກາງ 28 ບົດ ຊັ້ນສູງ 54 ບົດ, ວິຊາເລືອກຊັ້ນກາງ 22 ບົດຊັ້ນສູງ 17 ບົດ, ນັກສືກສາຊັ້ນກາງ 11 ຄົນ ຍິງ 2 ຄົນ ຊັ້ນສູງ 70 ຄົນຍິງ 12 ຄົນ, ຈຳນວນຊົ່ວໂມງສອນປະຕິບັດໄດ້ 95% ຈຳນວນບົດສອນປະຕິບັດໄດ້ 85% ນັກສືກສາສອບເສັງຈົບຊັ້ນ 100%, ຈາກນັ້ນໃນພິທີຍັງໄດ້ມີການມອບໃບປະກາສະນີຍະບັດໃຫ້ ແກ່ນັກສືກສາທີ່ເສັງຈົບ ແລະມອບໃບຊົມເຊີຍຈຳນວນ 9 ໃບ, ໃບຍ້ອງຍໍ 16 ໃບ ໃຫ້ແກ່ນັກສືກສາທີ່ມີຜົນງານໃນການປະກອບສ່ວນວຽກງານ ແລະການສືກສາຮໍ່າຮຽນຕະຫຼອດໄລຍະການສືກສາ 3 ປີ ໃຫ້ກຽດມອບໂດຍທ່ານ ຄຳສຸກ ແກ້ວມີໄຊ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ.