ຣາຊ-ລາວ ນຳສື່ທ່ຽວ 4 ແຂວງຍູ້ແຮງ “ລາວທ່ຽວລາວ”

  ບໍລິສັດ ຣາຊ-ລາວ ບໍລິການຈຳກັດໄດ້ຈັດກິດຈະກຳທັດສະນະສຶກສາສະຖານທີ່ທ່ອງທ່ຽວພາຍໃນໂດຍເນັ້ນໃສ່ແຫຼ່ງອາລິຍະທຳ ແລະມໍລະດົກທ້ອງຖິ່ນຊຶ່ງໃນກິດຈະກຳຄັ້ງນີ້ມີສື່ມວນຊົນຈາກໜັງສືພິມວຽງຈັນໃໝ່ ແລະໜັງສືພິມເສດຖະກິດ-ສັງຄົມ ໄດ້ໃຊ້ໂອກາດຄົ້ນຫາທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວຢູ່ແຂວງຈຳປາສັກ, ສະຫວັນນະເຂດ, ຄໍາມ່ວນ ແລະ ບໍລິຄຳໄຊແນໃສ່ປູກຈິດສຳນຶກ “ລາວທ່ຽວລາວ” ຊຶ່ງເປັນນະໂຍບາຍຂອງລັດຖະບານໃນການພັດທະນາອຸດສາຫະກໍາທ່ອງທ່ຽວຜ່າວິກິດໂຄວິດ-19.

  ນຳພາຄະນະຄັ້ງນີ້ໂດຍທ່ານ ນາລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນບໍລິສັດ ຣາຊ-ລາວ ບໍລິການຈຳກັດ ຊຶ່ງຈັດຕັ້ງປະຕິບັດເມື່ອລະຫວ່າງວັນທີ 28 ຕຸລາ-1 ພະຈິກ 2020 ໂດຍເລີ່ມຈາກນະຄອນຫຼວງວຽງຈັນມຸ້ງສູ່ສະຖານທີ່ສຳຄັນນັບຕັ້ງແຕ່ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຕາມເສັ້ນທາງເລກທີ 13 ໃຕ້ຊຶ່ງຕະຫຼອດໄລຍະຂອງການເດີນທາງແມ່ນໄດ້ສຳຜັດກັບທິວທັດທຳມະຊາດທີ່ສວຍງາມຂອງສອງຟາກທາງທີ່ອຸດົມສົມບູນ ແລະອາກາດທີ່ປອດໂປ່ງ.

 ວັນທີ 29 ຕຸລາ ໄດ້ທ່ຽວຊົມເທສະບານນະຄອນປາກເຊກ່ອນສືບຕໍ່ເດີນທາງໄປຕາມເສັ້ນທາງບ້ານເວີນຕານ-ໜອງນົກຂຽນ-ຫ້ວຍແມ່ສັງທີ່ມີໄລຍະທາງ 145 ກິໂລ ແມັດ ຈຶ່ງຮອດທ່າເຮືອບ້ານນາກະສັງ ເມືອງໂຂງ ແຂວງຈຳປາສັກ ຈາກນັ້ນກໍປ່ຽນຮູບແບບຂອງການເດີນທາງຈາກລົດເປັນເຮືອສູ່ປາຍທາງຄືດອນເດດ-ດອນຄອນ ຊຶ່ງຕະຫຼອດໄລຍະເສັ້ນທາງກໍໄດ້ສຳຜັດວິຖີຊີວິດຂອງປະຊາຊົນຢູ່ແຕ່ລະດອນພິເສດແມ່ນໄດ້ແວ່ຢ້ຽມຢາມຖາມຂ່າວຊາວບ້ານດອນຊົມທີ່ເປັນທາງຜ່ານໄປດອນເດດ-ດອນຄອນຊຶ່ງງົດງາມດ້ວຍທຳມະຊາດຈາກນັ້ນທາງຄະນະກໍໄດ້ໄປສັກກາລະບູຊາ ແລະຖວາຍເຄື່ອງສັງຄະທານທີ່ວັດໃນຊຸມ ຊົນດັ່ງກ່າວແລ້ວກໍເດີນທາງດ້ວຍເຮືອເພື່ອໄປດອນເດດ-ດອນຄອນຊຶ່ງໃຊ້ເວລາເດີນທາງປະມານ 20 ນາທີ ສຳລັບບັນຍາກາດເທິງດອນເດດ-ດອນຄອນກໍເຕັມໄປດ້ວຍກິ່ນອາຍຂອງທຳຊາດທີ່ສວຍສົດງົດງາມຊຶ່ງທີມງານໄດ້ເຊົ່າລົດຖີບເພື່ອຂີ່ເລາະຊົມທິວທັດອ້ອມຮ້ອມບໍລິເວນບ້ານຊຶ່ງໄດ້ຜ່ານຂົວຂ້າມນໍ້າຂອງແວ່ຊົມຫົວລົດໄຟເກົ່າ ແລະວິຖີຊີວິດຂອງຊາວບ້ານເທິງດອນເດດ-ດອນຄອນ ໃນຕອນເຊົ້າຂອງວັນທີ 30 ຕຸລາ ທາງຄະນະໄດ້ໄປທ່ຽວຊົມສະຖານທ່ອງທ່ຽວທຳມະຊາດທີ່ຂຶ້ນຊື່ລືນາມຂອງບ້ານຄອນນັ້ນກໍຄືນໍ້າຕົກຕາດສົມພະມິດ ຫຼື ນຳຕົກຕາດ ຫຼີຜີຊຶ່ງມີຄວາມສວຍສົດງົດງາມມະຫັດສະຈັນຫຼັງຈາກນັ້ນທາງຄະນະກໍໄດ້ເດີນທາງໄປວັດພູຈຳປາສັກທີ່ເປັນແຫຼ່ງທ່ອງທ່ຽວມໍລະດົກໂລກຂອງແຂວງຈຳປາສັກທີ່ຍັງຄົງໄວ້ຊຶ່ງສະຖາປັດຍາກຳທີ່ສວຍງາມມາດ້ວຍຫຼາຍ ແຫຼ່ງລວມເຊັ່ນສິລະປະຂອມຮິນດູ ແລະພຸດຕາມຮ່ອງຮອຍທີ່ສະແດງ ໃຫ້ເຫັນໃນລວດລາຍສິລະປະຕາມສະຖານທີ່ຕ່າງໆໃນຂົງເຂດວັດແຫ່ງນີ້ຫຼັງຈາກສຳເລັດການທ່ຽວຊົມວັດພູຈຳປາສັກແລ້ວທາງຄະນະກໍໄດ້ເຂົ້າພັກແຮມຢູ່ບ້ານຫ້ວຍປາຄໍ່ໃຫຍ່ຊຶ່ງເປັນອີກບ້ານໜຶ່ງທີ່ຕັ້ງຢູ່ລຽບຕາມແຄມຂອງ ແລະອ້ອມຮອມໄປດ້ວນພູຜາປ່າໄມ້ທີ່ຂຽວງາມ ແລະອຸດົມສົມບູນຊຶ່ງໃນຕອນເຊົ້າຂອງວັນທີ 31 ຕຸລາ ທາງຄະນະກໍໄດ້ອອກເດີນທາງຕໍ່ໂດຍໃຊ້ເວລາປະມານ 30 ນາທີ ກໍໄປຮອດສະຖານທີ່ທ່ອງທ່ຽວຊື່ດັງຂອງນະຄອນປາກເຊນັ້ນກໍຄືວັດພູສະເຫຼົ້າວັດແຫ່ງນີ້ມີພະພຸດທະຮູບໃຫຍ່ອົງໜຶ່ງ ແລະ ພະພຸດທະຮູບນ້ອຍປະດິດລຽນເປັນແຖວເປັນຊັ້ນຫຼາຍຮ້ອຍອົງໂດຍເປັນສະຖານສັກສິດອີກແຫ່ງໜຶ່ງທີ່ປະຊາຊົນໃຫ້ຄວາມສັກກາລະບູຊາ.

  ຫຼັງຈາກນັ້ນທາງຄະນະກໍໄດ້ອອກເດີນທາງຕໍ່ໂດຍລະຫວ່າງທາງກໍໄດ້ແວ່ກາວໄຫວ້ພະທາດໂຜ່ນຊຶ່ງເປັນສະຖານສັກສິດຄູ່ ບ້ານຄູ່ເມືອງ ຂອງແຂວງສະວັນນະເຂດຕັ້ງຢູ່ບ້ານໂຜ່ນທາດ ເມືອງໄຊພູທອງ ຈາກນັ້ນກໍເດີນທາງມາຮອດແຂວງຄຳມ່ວນ ແລະໄດ້ຮ່ວມລອຍກະໂທງໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ໂດຍມີມວນຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍສ່ວນໃນຕອນເຊົ້າຂອງວັນທີ 1 ພະຈິກ 2020 ກ່ອນຈະເດີນທາງກັບນະຄອນຫຼວງວຽງຈັນທາງຄະນະກໍໄດ້ໄປກາບໄຫວ້ພະທາດສີໂຄດຕະບອງ ຊຶ່ງເປັນສະຖານທີ່ສັກສິດ ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທຳສຳຄັນຂອງແຂວງຄຳມ່ວນຫຼັງຈາກນັ້ນກໍໄດ້ອອກເດີນທາງຕໍ່ໂດຍແວ່ຊົມ ແລະ ສັກກາລະວັດພະທາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະເດີນທາງຮອດນະຄອນຫຼວງວຽງຈັນ.

  ທັງນີ້ຕະຫຼອດໄລຍະຂອງກິດຈະກຳນຳພາສື່ທັດສະນະສຶກສາແມ່ນລວມເວລາ 4 ຄືນ 5 ວັນແມ່ນຖືເປັນໄລຍະທີ່ມີຄວາມໝາຍຄວາມສຳຄັນທີ່ສຸດຊຶ່ງນອກຈາກໄດ້ສຳຜັດກັບວິຊຸມຊົນຕົວຈິງແລ້ວຍັງໄດ້ສ້າງຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໝູ່ຄະນະເດີນທາງໃນຄັ້ງນີ້ພິເສດແມ່ນເປັນການປູກຈິດສຳນຶກໃນການສົ່ງເສີມກິດຈະກຳ “ລາວທ່ຽວລາວ” ໃຫ້ມີຄວາມຄຶກຄື້ນຍິ່ງໆຂຶ້ນ.