ຜູ້ແທນພະສົງທົ່ວເມືອງອາດສະພັງທອງ ສຳເລັດກອງປະຊຸມໃຫຍ່ສະໄໝທີ VIII

 ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວເມືອງອາດສະພັງທອງໄດ້ໄຂຂຶ້ນວັນທີ 5 ພະຈິກ 2020 ຢູ່ທີ່ສະໂມສອນເມືອງດັ່ງກ່າວໂດຍມີພະຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ (ສົມບູນ ສິຣິປັນໂຍ) ເຈົ້າຄະນະແຂວງສະຫວັນນະເຂດ, ພະຫຼັກຄຳໄກສອນສີຫະນາທາຈານ (ປານ ສຸພັນໂທ) ຮອງເຈົ້າຄະນະແຂວງຫົວໜ້າກັມມາທິການປົກ ຄອງສົງແຂວງສະຫວັນນະເຂດ, ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງອາດສະພັງທອງ, ມີພະສົງ-ສໍາມະເນນໃນທົ່ວເມືອງ ແລະພາກສ່ວນເຂົ້າຮ່ວມ,

  ໃນກອງປະຊຸມໄດ້ຜ່ານບົດສະຫຼຸບ 5 ປີຜ່ານມາ ແລະໄດ້ວາງແຜນການ 5 ປີ ຕໍ່ໜ້າຊຶ່ງທົ່ວເມືອງມີພະສົງ 57 ອົງ, ສຳມະເນນ 93 ອົງ, ແມ່ຂາວ 12 ຕົນ, ກອງປະຊຸມໄດ້ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຂອງຄະນະບໍລິຫານງານ ອພສ ເມືອງສະໄໝທີ VII ຊຶ່ງໄດ້ສະຫຼຸບຕີລາຄາຢ່າງພາວະວິໄສ, ຜົນງານການເຄື່ອນໄຫວຂອງຄະນະບໍລິຫານງານ ອພສ ເມືອງ, ພະສົງ-ສາມະເນນ, ພຸດທະສາສະນິກະຊົນ ແລະປະຊາຊົນບັນດາເຜົ່າ ຊຶ່ງຜົນສຳເລັດດັ່ງກ່າວໄດ້ຢັ້ງຢືນເຖິງການປະກອບສ່ວນຂອງການຈັດຕັ້ງ ອພສ ເມືອງອາດສະພັງທອງເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສູນກາງ ອພສ ແຫ່ງສປປ ລາວ, ມະຕິກອງປະຊຸມໃຫຍ່ສະໄໝທີ VII ຂອງ ອພສ ແຂວງສະຫວັນນະເຂດ ແລະມະຕິກອງປະຊຸມໃຫຍ່ສະໄໝທີ VII  ຜູ້ແທນ ອພສ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໃຫ້ເກີດຜົນເປັນຈິງ.

  ສ່ວນທິດທາງແຜນວຽກ 5 ປີ ຕໍ່ໜ້າ, ອພສ ເມືອງອາດສະພັງທອງໄດ້ຮັບຮອງເອົາບັນຫາດັ່ງນີ້ຄື: ຕ້ອງສ້າງທຸກເງື່ອນໄຂເພື່ອໃຫ້ຄະນະບໍລິຫານງານ ອພສ ເມືອງ, ຄະນະບໍລິຫານງານປະຈຳການ, ກຳມະການ, ເຈົ້າຄະນະເຂດ, ເຈົ້າອະທິການວັດກຳແໜ້ນຫຼັກທັມມະວິໄນ, ທັມມະນູນສົງ, ລັດຖະທຳມະນູນ, ກົດໝາຍ, ລະບຽບການໂດຍຈັດອົບຮົມສຳມະນາ, ຜັນຂະຫຍາຍເປັນແຜນງານ, ໂຄງການທັງມີ ການຕິດຕາມ,ກວດກາ ແລະລາຍງານໃຫ້ ອພສ ແຂວງເປັນປົກກະຕິ; ຕ້ອງປັບປຸງການຈັດຕັ້ງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຈັດສຳມະນາກ່ຽວກັບທັມມະວິໄນ ແລະການບໍລິຫານສົງພາຍໃນເມືອງໃຫ້ໄດ້ 1 ຄັ້ງຕໍ່ປີ, ຈັດຝຶກອົບຮົມແບບແຜນວິທີເຮັດວຽກທີ່ດີການບໍລິຫານຄຸ້ມຄອງທີ່ດີຂອງ ອພສ ເມືອງ ລວມທັງເຈົ້າອະທິການວັດໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ມີການແບ່ງງານ-ແບ່ງຄວາມຮັບຜິດຊອບ, ກຳນົດສ້າງບຸກຄະລາກອນພະສົງ-ສາມະເນນ ເພື່ອສືບທອດໃຫ້ມີຄວາມໜັກແໜ້ນຮອບດ້ານ; ຕ້ອງເພີ່ມທະວີການພົວພັນປະສານສົມທົບແໜ້ນອົງການປົກຄອງເມືອງ, ອໍານາດການປົກຄອງບ້ານ, ອົງການພາຄີ ແລະການຈັດຕັ້ງສັງຄົມໃຫ້ແໜ້ນແຟ້ນກວ່າເກົ່າເພື່ອພ້ອມກັນເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າເຂົ້າໃນການເຄື່ອນ ໄຫວວຽກງານ ອພສ ເມືອງຢ່າງແທ້ຈິງ; ຫ້ອງການບໍລິຫານງານ, 4 ກຳມະ ທິການຕ້ອງໄດ້ຜັນຂະຫຍາຍແຜນງານໂຄງການໃຫ້ເປັນລະອຽດນຳພາຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ຕັ້ງໜ້າແກ້ໄຂບັນດາຂໍ້ຄົງຄ້າງໃນຂົງເຂດວຽກ ງານບໍລິຫານວຽກງານປົກຄອງສົງ, ວຽກງານສຶກສາສົງ,ວຽກງານເຜີຍແຜ່ນສິລະທັມ ແລະປະຕິບັດກັມມະຖານ ແລະວຽກງານສາທາຣະນຸປະການທີ່ຜ່ານມາໃຫ້ຂາດຕົວໂດຍຖືວຽກງານເຫຼົ່ານີ້ເປັນວຽກງານຮີບດ່ວນຂອງຄະນະບໍລິຫານງານ ອພສ ເມືອງທີ່ຕ້ອງມີ ການຊີ້ນຳ-ນຳພາແກ້ໄຂໂດຍກົງ ແລະມີໝາກຜົນຕົວຈິງ, ເປັນມາດຕະຖານຕີລາຄາຄວາມຮັບຜິດຊອບຂອງພະສົງໃນແຕ່ລະຂັ້ນນອກນີ້ກອງປະຊຸມຍັງໄດ້ຮັບຮອງເອົາຍາທ່ານສົມຄິດເຄນແກ້ວປັນຍາເປັນເຈົ້າຄະນະ ອພສ ເມືອງ, ຍາທ່ານສີຜາໂພສາລາດ, ຍາທ່ານຊື່ນກົມມະລີເປັນຮອງ ແລະຄະນະບໍລິຫານງານອີກ 9 ອົງ.