ວິທະຍາໄລວຽງຈັນ-ຮ່າໂນ້ຍ ເປີດການຮຽນ-ການສອນ ວິຊາປ້ອງກັນຊາດ

 ໃນລະຫວ່າງວັນທີ 18-22 ກຸມພາ 2019 ວິທະຍາໄລເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ ໄດ້ເປີດການຮຽນ-ການສອນວິຊາປ້ອງກັນຊາດປະຈຳສົກຮຽນ 2018-2019, ເພື່ອສ້າງໃຫ້ນັກສຶກສາໄດ້ຮຽນຮູ້ວິຊາປ້ອງກັນຊາດທັງພາກທິດສະດີ ແລະ ປະຕິບັດຕົວຈິງ. ຕາມຄຳສັ່ງແນະນຳຂອງລັດຖະມົນຕີ ວ່າການກະຊວງສຶກສາທິການ ແລະກີລາວ່າດ້ວຍການນຳເອົາຫຼັກສູດວິຊາປ້ອງກັນຊາດເຂົ້າໃນຫຼັກສູດການຮຽນ-ການສອນ,ພ້ອມທັງເປັນການປະຕິບັດາມ 3 ລັກສະນະ ແລະ5 ຫຼັກມູນການສຶກສາ, ເພື່ອສົ່ງເສີມໃຫ້ນັກສຶກສາມີສຸຂະພາບເຂັ້ມແຂງທັງກາຍ ແລະຈິດໃຈ, ມີນ້ຳໃຈມານະອົດທົດ,ເພື່ອກຽມພ້ອມປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ. ໂດຍມີນັກສຶກສາເຂົ້າຮຽນທັງໝົດ 522 ຄົນ ໃນສົກຮຽນນີ້ໂດຍການເຂົ້າຮ່ວມຂອງ ທ່ານ ບຸນພົມ ແກ້ວໄມພິດ ຮອງຜູ້ອຳນວຍການວິທະຍາໄລ ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍພ້ອມດ້ວຍຫົວໜ້າພະແນກ, ຫົວໜ້າພາກວິຊາຕ່າງໆ,ພະນັກງານ, ຄູອາຈານ ແລະນັກສຶກເຂົ້າຮ່ວມ.

  ທ່ານ ບຸນພົມ ແກ້ວໄມພິດ ກ່າວວ່າ: ວິທະຍາໄລເຕັກນິກ-ວິຊາຊີບ ມິດຕະພາບວຽງຈັນ-ຮ່າໂນ້ຍ ແມ່ນໝາດຜົນຂອງການຮ່ວມມືແບບພິເສດລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ແລະຍົກລະດັບຂຶ້ນເປັນວິທະຍາໄລເຕັກ ນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ໃນປີ 2014, ມີໜ້າທີ່ຮັບຜິດຊອບໃນການພັດທະນາຊັບພະຍາອນມະນຸດທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະແມ່ນກໍ່ສ້າງພະນັກງານວິຊາການທາງດ້ານໄອທີ, ເອເລັກໂຕຣນິກ ແລະບໍລິຫານທຸລະກິດໃນລະດັບວຸດທິຊັ້ນກາງ ແລະຊັ້ນສູງປັດຈຸບັນມີພະນັກງານຄູ-ອາຈານທັງໝົດ 89 ຄົນ, ຍິງ 48 ຄົນ, ໃນນັ້ນ, ມີລະດັບປະລິນຍາໂທ 27 ຄົນ, ຍິງ 14 ຄົນ, ປະລິນຍາຕີ 58 ຄົນ, ຍິງ 33 ຄົນ ຊັ້ນສູງ 4 ຄົນ, ຍິງ 1 ຄົນ ແລ ະໃນສົກຮຽນ 2018-2019 ມີຈຳນວນນັກຮຽນທັງໝົດ 1.875 ຄົນ, ຍິງ 820 ຄົນ.

ນສພ-ເສດຖະກິດ-ສັງຄົມ