ວົງ ບີທີເອສ ໄດ້ຮັບ 4 ລາງວັນໃຫຍ່ ເອັມທີວີ ເອີຣົບ

  ເປີດເຜີຍຜົນລາງວັນເອັມທີວີ ເອີຣົບ ວົງບີທີເອສ ນັກຮ້ອງ ສ. ເກົາຫຼີ ໄດ້ຮັບລາງວັນໄປ 4 ລາງວັນໃຫຍ່ ສ່ວນເລດີ້ ກາກ້າ ໄດ້ຮັບລາງວັນສີລະປິນດີເດັ່ນ.

  ວົງ ບີທີເອສ ບອຍແບນຊື່ດັງ ສ. ເກົາຫຼີໄດ້ຮັບລາງວັນຫຼາຍທີ່ສຸດເຖິງ 4 ລາງວັນຈາກງານປະກາດລາງວັນ ເອັມທີວີ ເອີຣົບ ມີວສິກອະວອດຄັ້ງທີ 27 ທີ່ມີການປະກາດໃນວັນທີ 8 ພະຈິກທີ່ຜ່ານມາຄື: ລາງວັນເພງດີເດັ່ນ, ລາງ ວັນສີລະປິນກຸ່ມດີເດັ່ນ, ລາງວັນການສະແດງສົດດີເດັ່ນ ແລະລາງວັນແຟນເພງຫຼາຍທີ່ສຸດຂະນະ ທີ່ເລດີ້ ກາກ້າ ສີລະປິນເພງປ໊ອບຊື່ດັງຄົນອາເມລິກາເຊື້ອສາຍອີຕາລີ ໄດ້ຮັບການສະເໜີຊື່ຫຼາຍທີ່ສຸດເຖິງ 7 ລາຍການພ້ອມໄດ້ຮັບລາງວັນສີລະປິນດີເດັ່ນ ເນື່ອງຈາກການແຜ່ລະບາດຂອງເຊື້ອໂຄວິດສົ່ງຜົນໃຫ້ບໍ່ສາມາດຈັດງານຕາມປົກກະຕິໄດ້ງານເອັມທີວີ ເອີຣົບ ມີວສິກອະວອດຄັ້ງນີ້ ຈຶ່ງໃຊ້ການຖ່າຍທອດສົດອອນລາຍ ແລະເປີດວີດີໂອການສະແດງສົດຂອງສີລະປິນທີ່ຖ່າຍທຳໄວ້ ລ່ວງໜ້າຈາກສະຖານທີ່ໆສີລະປິນຢູ່ທົ່ວໂລກ.

 ----

ໜັງສືພິມ ເສດຖະກິດ-ສັງຄົມ