5 ປີ ແຂວງຫົວພັນ ມີການພັດທະນາຫຼາຍດ້ານ ໂດຍ: ໄອແກ້ວ

 ຕາມການລາຍງານຂອງ ສະຫາຍ ພັນທອງ ເພັດໄຊສົມພັນ, ຮອງເຈົ້າແຂວງຜູ້ຊີ້ນຳເສດຖະກິດຂັ້ນແຂວງຕໍ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫົວພັນຄັ້ງທີ X ໃນວັນທີ 2 ພະຈິກ 2020 ນີ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຂອງແຂວງຫົວພັນໃນໄລຍະ 5 ປີຜ່ານມາແມ່ນໄດ້ດຳ ເນີນໃນສະພາບແວດລ້ອມສາກົນ ແລະພາກພື້ນມີການຜັນແປໄປຢ່າງໄວວາ ແລະສະຫຼັບຊັບຊ້ອນ, ໂດຍສະເພາະແມ່ນສະພາບເສດຖະກິດ-ການເງິນຂອງໂລກ, ບັນຫາໄພພິບັດທຳມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ,ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໄດ້ສົ່ງຜົນກະທົບໂດຍກົງ ແລະທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍ່ໃຫ້ມີບັນຫາໜີ້ສິນຄຸມເຄືອ, ການຂາດດູນງົບປະມານ.

   ສະຫາຍ ພັນທອງ ເພັດໄຊສົມພັນ ຍັງໄດ້ກ່າວຕື່ມວ່າ: ໄລຍະຜ່ານມາເຖິງສະພາບດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ແຂວງຫົວພັນບໍ່ໜ້ອຍ, ແຕ່ດ້ວຍຄວາມບຸກບືນຂອງທຸກພາກສ່ວນ,ທຸກຂະແໜງການ ແລະທ້ອງຖິ່ນ, ກໍ່ຄືປະຊາຊົນບັນດາເຜົ່າພາຍໃນແຂວງພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງຂອງກົມການເມືອງສູນກາງພັກ ແລະຄວາມບຸກບືນສູ້ຊົນຂອງອົງຄະນະພັກແຂວງຫົວພັນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ: ການລົງທຶນຂອງລັດໃນປີຜ່ານມາໄດ້ຈັດຕັ້ງປະຕິບັດ 511 ໂຄງການ,ໄດ້ຮັບທຶນອະນຸມັດຈາກສະພາແຫ່ງຊາດທັງໝົດ 886 ຕື້ກວ່າກີບ,ລື່ນຄາດໝາຍ 536 ຕື້ກວ່າກີບ,ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດເຂົ້າໃນກິດຈະການສຳປະທານມີ 67 ໂຄງການມີມູນຄ່າທັງໝົດ 1ພັນກວ່າຕື້ກີບ,ທຶນຊ່ວຍເຫຼືອລ້າ ແລະກູ້ຢືມເພື່ອການພັດທະນາ 217 ໂຄງການມູນຄ່າ 1,6 ພັນຕື້ກີບ, ການລົງທຶນຈາກສິນເຊື່ອທະນາຄານໄດ້ທັງໝົດ 1,2 ພັນຕື້ກີບ,

  ເມື່ອລົງເລິກແຕ່ລະຂະແໜງການ, ຜົນງານທີ່ຍາດມາໄດ້ຊີ້ໃຫ້ເຫັນ: ທົ່ວແຂວງຫົວພັນມີເນື້ອທີ່ປູກຝັງທັງໝົດ 57 ພັນກວ່າເຮັກຕາ, ຜົນຜະລິດໄດ້ 2 ແສນກວ່າໂຕນ, ຜົນຜະລິດລວມ 5 ປີໄດ້ 1,2 ລ້ານໂຕນໄດ້ຊຸກຍູ້ສົ່ງເສີມບັນດາຄອບຄົວທີ່ມີທ່າແຮງໃນການປູກພືດຜັກ ແລະໝາກໄມ້ປະເພດຕ່າງໆທີ່ເປັນຕົວແບບໄດ້ທັງໝົດ 21 ຄອບຄົວ, ຄອບຄົວຕົວແບບດ້ານການລ້ຽງສັດປະເພດຕ່າງໆ 46 ຄອບຄົວ, ອັດຕາຄວາມທຸກຍາກຍັງເຫຼືອ 13,44% ຂອງຄອບ ຄົວທັງໝົດ, ອັດຕາການຊົມໃຊ້ໄຟຟ້າເຂົ້າເຖີງບ້ານໄດ້ 663 ບ້ານ,ກວມເອົາ 91,07% ຂອງຈຳນວນບ້ານທັງໝົດທົ່ວແຂວງ,ອອກໃບຕາດິນໄດ້ທັງໝົດ 39 ພັນກວ່າຕອນ ແລະຂຶ້ນສໍາມະໂນທີ່ດິນໄດ້ 154.169 ຕອນ, ເສັ້ນທາງຄົມມະນາຄົມສາມາດທຽວໄດ້ 2 ລະດູ ເພີ່ມຂຶ້ນກວມເອົາ 60,88% ຂອງຈຳນວນເສັ້ນທາງຍາວທັງໝົດແລະທົ່ວແຂວງມີລະບົບນໍ້າປະປາຊົມໃຊ້ແລ້ວ 8 ເມືອງ.

   ຂົງເຂດວັດທະນະທຳ-ສັງຄົມ ທົ່ວແຂວງຫົວພັນມີໂຮງຮຽນທັງໝົດ 1.237 ແຫ່ງທຽບໃສ່ແຜນການປະຕິບັດໄດ້ 98,64%, ສາ ມາດຍົກລະດັບການສຶກສາຂອງປະຊາຊົນບັນດາເຜົ່າໃນກຸ່ມເປົ້າໝາຍທົ່ວແຂວງສາມາດປະກາດຈົບຊັ້ນມັດທະຍົມຕົ້ນໄດ້ໃນປີ 2019,ມີຕູ້ ຢາປະຈໍາບ້ານ 503 ແຫ່ງທຽບໃສ່ແຜນການຫຼຸດຄາດໝາຍ 36 ແຫ່ງ, ມີບ້ານສາທາລະນະສຸກແບບ ຢ່າງທັງໝົດ 604 ບ້ານ ກວມເອົາ 83% ຂອງບ້ານທັງໝົດທຽບໃສ່ ແຜນການລື່ນຄາດໝາຍ 3%, ອັດຕາສ່ວນການປົກຄຸມປະກັນສຸຂະພາບທີ່ມີຄຸນນະພາບປະຕິບັດໄດ້ 100% ຂອງຈຳນວນປະຊາກອນທັງໝົດ ແລະຂະຫຍາຍອັດຕາປົກຄຸມລະບົບປະກັນສັງຄົມໄດ້ທັງໝົດ 38 ພັນກວ່າຄົນເທົ່າກັບ 12,47% ຂອງພົນລະເມືອງທັງໝົດໃນທົ່ວ ແຂວງຫົວພັນ; ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນໄດ້ທັງໝົດ 297.283 ເທື່ອຄົນ, ມີສະຖານີວິທະຍຸກະຈາຍສຽງ 10 ແຫ່ງທຽບໃສ່ແຜນການປະຕິບັດໄດ້ 91%, ຊົ່ວໂມງກະຈ່າຍສຽງຂອງວິທະຍຸໄດ້ 66.010 ຊົ່ວໂມງ ທຽບໃສ່ແຜນການປະຕິບັດໄດ້ ລື່ນຄາດໝາຍ 3,30%, ມີຈໍານວນໂທລະໂຄ່ງ 519 ຊຸດທຽບໃສ່ແຜນການລື່ນຄາດໝາຍ 29,75%,ສາມາດກະຈ່າຍໂທລະໂຄ່ງໄດ້ 446.295 ຊົ່ວໂມງ ທຽບໃສ່ແຜນການປະຕິບັດໄດ້ 19,10%, ມີບ້ານວັດທະນາທໍາທັງໝົດ 451 ບ້ານສ້າງຄອບຄົວວັດທະນະທໍາໄດ້ 11.709 ຄອບຄົວ ທຽບໃສ່ແຜນການປະຕິບັດໄດ້ 50,51% ແລະມາຮອດປະຈຸບັນມີຄອບຄົວວັດທະນະທໍາທັງໝົດ 44.868ຄອບຄົວ ແລະສາມາດປະກາດກຸ່ມບ້ານວັດທະນາທໍາໄດ້ 6 ກຸ່ມທຽບໃສ່ແຜນການປະຕິບັດໄດ້ 50%.

 ຈາກຜົນສຳເລັດຂ້າງເທິງນັ້ນ, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ທັງໝົດ 13.784 ຕື້ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 89,67%, ປີ 2020 ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ 3.270 ຕື້ກີບ, ລາຍຮັບສະເລ່ຍ ຕໍ່ຫົວຄົນໄດ້ 10,5 ລ້ານກີບຕໍ່ຄົນຕໍ່ປີ ຫຼືເທົ່າກັບ 1.213 ໂດລາຕໍ່ຄົນຕໍ່ປີ, (ໃນອັດຕາແລກປ່ຽນ ໂດລາ ຕໍ່ 8.667 ກີບ) ທຽບໃສ່ແຜນການວາງໄວ້ 13 ລ້ານກີບ ຕໍ່ຄົນຕໍ່ປີ ບໍ່ບັນລຸຕາມຄາດໝາຍ,ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດໃນລະດັບ 6,54%, (ສະເລ່ຍແຕ່ລະປີຢູ່ໃນລະດັບ7, 44% ຕໍ່ປີທຽບໃສ່ແຜນການ 9% ຂຶ້ນໄປຫຼຸດຄາດໝາຍ 1,56% ແລະ  ໂຄງປະກອບເສດຖະກິດມີການຫັນປ່ຽນໃນທ່າອ່ຽງຄື: ຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 5,15% ກວມເອົາ 54,85% ຂອງ GDP, ຂະແໜງອຸດສາຫະກຳເພີ່ມ ຂຶ້ນ 7,73% ກວມເອົາ 22,14% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 8,45% ກວມເອົາ 23,01% ຂອງ GDP.

ສຳລັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ຂອງແຂວງຫົວພັນຮອດປີ 2025 ແມ່ນຈະສືບຕໍ່ຈັດຕັ້ງຜັນຂະຫຍາຍ 8 ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມຄື: ຍຸດທະສາດການພັດທະນາເພື່ອການເຕີບໂຕດ້ານເສດຖະກິດແບບມີຄຸນນະພາບຕາມທິດຍືນຍົງ, ສົ່ງເສີມການລົງທຶນ ແລະເຊື່ອມໂຍງກກັບຕ່າງ ປະເທດ, ການຫັນເປັນອຸດສາຫະກຳ ແລະທັນສະໄໝ, ການພັດທະນາພື້ນຖານໂຄງລ່າງຕິດພັນກັບການບໍລິການທາງຜ່ານ, ຍຸດທະສາດການພັດທະນາເພື່ອບັນລຸເປົ້າ ໝາຍສະຫັດສະວັດຢ່າງສົມບູນ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດ, ການປົກປັກຮັກສາ-ນຳໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ແລະຍຸດທະສາດປັບປຸງລະບົບການບໍລິຫານລັດ, ການປົກຄອງ, ການປະຕິບັດກົດໝາຍ ແລະຄວາມຍຸຕິທຳໃນສັງຄົມເພື່ອພັດທະນາແຂວງຫົວພັນໃຫ້ດີຂຶ້ນເທື່ອລະກ້າວ.

--------------

ຂຽນໂດຍ: ໄອແກ້ວ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ