ຕົວແບບການຜະລິດແນວພັນເຂົ້າເມືອງພຽງ

   ລຸງສົມຄິດ ພົມສຸວັນ ອາຍຸ 61 ປີ ຢູ່ບ້ານນາໂສມ ເມືອງພຽງ ແຂວງໄຊຍະບູລີ ພາຍໃນຄອບຄົວມີນໍາກັນ 6 ຄົນ, ມີແຮງງານຕົ້ນຕໍ 2 ແຮງງານ, ເປັນຄອບຄົວກິ້ງເກືອກລີເລືອຢູ່ກັບອາຊີບຊາວນາມາແຕ່ດົນນານ, ປະຈຸບັນແມ່ນເປັນທີ່ຍອມຮັບຈາກກຸ່ມຊາວນາໃນການຜະລິດແນວພັນເຂົ້າສົ່ງໃຫ້ກຸ່ມຊາວນາຢູ່ພາຍໃນແຂວງ ແລະຕ່າງແຂວງ, ປີໜຶ່ງບໍ່ຫຼຸດ 6 ໂຕນ ແລະຜະລິດເຂົ້າບໍລິໂພກບໍ່ຫຼຸດ 18 ໂຕນຕໍ່ປີ ສາມາດສ້າງລາຍຮັບໄດ້ທັງໝົດເກືອບ 100 ລ້ານກີບ.ລຸງສົມຄິດໄດ້ເວົ້າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວຂອງລຸງເອງແມ່ນຍຶດຖືອາຊີບປູກຝັງໂດຍການເຮັດນາປູກເຂົ້າແຕ່ເວລານັ້ນກໍ່ເຮັດແບບປະຖົມປະຖານ,ຕົ້ນທຶນກໍ່ສູງເຖິງ 5 ລ້ານກີບຕໍ່ເຮັກຕາແຕ່ຜົນຜະ ລິດພັດບໍ່ໄດ້ຕາມແຜນ, ສະມັດຕະພາບໄດ້ພຽງ 3 ໂຕນຕໍ່ ເຮັກຕາ, ມາຮອດປີ 2007 ລຸງຈຶ່ງ ຫັນຈາກການເຮັດນາແບບປະຖົມປະຖານຫັນມາທົດລອງການປູກເຂົ້າດ້ວຍເຕັກນິກໃໝ່ເຊັ່ນ: ປູກນາດ້ວຍກ້າກີບດຽວ, ນາຢອດ,ນາຫວ່ານ ແລະປັກດໍາດ້ວຍກົນຈັກ ໃນເນຶ້ອທີ່ນາ 0,80 ເຮັກຕາ, ຜົນຜະລິດໄດ້ສູງສະເລ່ຍສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ; ຫຼຸດຜ່ອນທັງຕົ້ນທຶນກວ່າເມື່ອກ່ອນ 30%. ຕົກມາປີ 2013 ຄອບຄົວ ຂອງລຸງໄດ້ເຂົ້າເປັນສະມາຊິກກຸ່ມໂຮງຮຽນຊາວນາຂອງໂຄງການອະນຸ ລັກ ແລະຄຸ້ມຄອງຊີວະນາໆພັນພືດລະດັບຊຸມຊົນປະກອບມີ 25 ຄອບຄົວ,ໄດ້ຮຽນຮູ້ການຜະລິດແນວພັນພັນເຂົ້າໃໝ່ທີ່ເໝາະສົມກັບທ້ອງຖິ່ນ ແລະຍັງໄດ້ໄປທັດສະນະສຶກສາຖອດຖອນບົດຮຽນການປູກເຂົ້າ, ການຜະລິດແນວພັນເຂົ້າຢູ່ສູນນາພອກນະຄອນຫຼວງວຽງຈັນ.

   ພ້ອມນັ້ນທາງຫ້ອງການກະສິກໍາ ແລະປ່າໄມ້ເມືອງພຽງໄດ້ນໍາເອົາແນວພັນເຂົ້າສາຍພັນລູກປະສົມຮຸ້ນ 3 ເອັບ ຈໍານວນ 27 ສາຍພັນຈາກສູນນາພອກມາໃຫ້ຄອບ ຄົວລຸງທົດລອງປູກຈົນເຖິງ 5 ປີ ຫຼືວ່າເປັນເວລາ 10 ລະດູການ ແຕ່ປີ 2014-2018 ຈຶ່ງໄດ້ຮັບໃບຢັ້ງຢືນເປັນແນວພັນທ້ອງຖິ່ນຈາກພະແນກກະສິກໍາ ແລະປ່າໄມ້ແຂວງໂດຍໃສ່ຊື່ວ່າ: ແນວພັນເຂົ້າເມືອງພຽງ 1 ຊຶ່ງເອົາແນວພັນເຂົ້າເມືອງງາມາປະສົມກັບເຂົ້າທ່າດອກຄໍາ 1. ຈຸດເດັ່ນຂອງເມັດພັນເຂົ້າບໍ່ເປັນບົ່ວທົນທານຕໍ່ສະ ພາບແວດລ້ອມໄດ້ດີປູກໄດ້ທັງສອງລະດູ: ນາແຊງ ແລະນາປີເໝາະສົມກັບດິນທຸກປະເພດ, ຜົນຜະລິດອອກມາຄຸນນະພາບອ່ອນ, ກິນແຊບດີ,ໄດ້ເຂົ້າສານຫຼາຍກວມ ເອົາ 60% ຕໍ່ເຂົ້າເປືອກ 100 ກິໂລ, ສະມັດຕະພາບສະເລ່ຍ 4,5 ໂຕນຕໍ່ເຮັກຕາ.

  ລຸງຍັງໄດ້ເວົ້າຕື່ມວ່າ: ພາຍຫຼັງໄດ້ຮັບຮອງແລ້ວກໍ່ໄດ້ສືບຕໍ່ຜະລິດແນວລິດແນວພັນເຂົ້າດັ່ງກ່າວ ແລະປູກເຂົ້າບໍລິໂພກຕາມປົກກະຕິປີໜຶ່ງໄດ້ຜົນຜະລິດ 20 ກວ່າໂຕນ; ໃນນີ້ຜະລິດແນວພັນເຂົ້າໄດ້ 6-7 ໂຕນ ແລະເຂົ້າບໍລິໂພກ 10-15 ໂຕນຕໍ່ປີ ສາມາດຂາຍ ແລະສ້າງ ລາຍຮັບເຂົ້າຄອບຄົວໄດ້ ເກືອບ 100 ລ້ານຕໍ່ປີ ຊຶ່ງແນວພັນແມ່ນຈະໄດ້ສະໜອງໃຫ້ສູນພັດທະນາກະສິກໍາ 30 ເຮັກຕາ ເມືອງພຽງເພື່ອຈໍາໜ່າຍໃຫ້ຊາວກະສິກອນພາຍໃນເມືອງຈໍານວນ 4 ໂຕນຕໍ່ປີ ແລະອີກຈໍານວນ 2-3 ໂຕນ ແມ່ນຈໍາໜ່າຍໃຫ້ຊາວນາໂດຍກົງໃນລາຄາກິໂລລະ 6.000 ກີບນອກນີ້ຍັງໄດ້ຕອບສະໜອງແນວພັນ ແລະ ເຂົ້າບໍລິໂພກໃຫ້ແກ່ຫຼາຍທ້ອງຖິ່ນຫຼາຍແຂວງເຊັ່ນ: ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງອຸດົມໄຊ, ສາລະວັນ, ອັດຕະປື ແລະສູນນາພອກເຫັນວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ.

ສະໜັບສະໜູນໂດຍ: HONDA

 ------------

ຂຽນໂດຍ: ບຸນທີ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ