ເປີດບໍລິການຜ່າຕັດຢູ່ທີ່ໂຮງໝໍເມືອງຊະນະຄາມ

  ໃນວັນທີ 6 ພະຈິກ 2020 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຊະນະຄາມແຂວງວຽງຈັນໄດ້ຈັດພິທີເປີດບໍລິການຫ້ອງຜ່າຕັດຂອງໂຮງໝໍຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ທ່ານ ປອ ຊູຊາດ ວົງພະຈັນ ອໍານວຍການຊ່ຽວຊານຜ່າຕັດໂຮງໝໍມະໂຫສົດ,ທ່ານ ດຣ ສົມຍົດ ດວງພະຈັນ ຫົວໜ້າອໍານວຍການໂຮງໝໍແຂວງວຽງຈັນ, ມີທ່ານເຈົ້າເມືອງຊະນະຄາມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ດຣ ລໍາພົງ ປະຖໍາມະວາດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຊະນະຄາມໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຫ້ອງຜ່າຕັດຂອງໂຮງ ໝໍເມືອງໃນໄລຍະຜ່ານມາ, ຊຶ່ງໂຮງໝໍເມືອງຊະນະຄາມຖືກຈັດປະເພດເປັນໂຮງໝໍປະເພດກໍ, ປະກອບມີ 15 ຕຽງນອນ, ມີ 9 ຈຸງານ, ມີພະນັກງານທັງໝົດ 49 ຄົນ, ຕະຫຼອດຂອງການຈັດຕັ້ງປະຕິບັດຂັ້ນຕອນການດໍາເນີນງານແຕ່ລະໄລຍະທີ່ຜ່ານມາຄະນະຮັບຜິດຊອບໄດ້ເລີ່ມການຈັດຕັ້ງປະຕິບັດກິດຈະກໍາຕົວຈິງຊຶ່ງແມ່ນທີມງານຫ້ອງຜ່າຕັດຂອງໂຮງໝໍແຂວງໄດ້ນໍາພາປະຕິບັດໄດ້ສໍາເລັດ 1 ກໍລະນີ (ໃສ້ຕິ່ງອັກເສບ),ນອກນີ້ກໍ່ຍັງໄດ້ຈັດຕັ້ງການຝຶກອົບຮົມກ່ຽວກັບຂັ້ນຕອນການນໍາໃຊ້ເຄື່ອງມື ແລະການກະກຽມຄົນເຈັບໃຫ້ແກ່ບຸກຄະລາກອນແພດ-ໝໍທີ່ຮັບຜິດຊອບ, ພ້ອມທັງໄດ້ສືບຕໍ່ລົງມືຈັດຕັ້ງປະຕິບັດຕາມຄໍາແນະນໍາຂອງທີມງານຂັ້ນແຂວງໂດຍໄດ້ຜ່າຕັດຕື່ມອີກ 3 ກໍລະນີ (ໃສ້ຕິ່ງອັກເສບ) ແລະເລີ່ມການປະຕິບັດຜ່າຕັດໃໝ່ອີກ 2 ກໍລະນີ.

    ປະຈຸບັນໂຮງໝໍເມືອງຊະນະຄາມມີຄວາມອາດສາມາດທີ່ຈະຜ່າຕັດໄດ້ຫຼາຍກໍລະນີຄື: ຜ່າຕັດເຍື້ອ ຫຸ້ມທ້ອງອັກເສບ (Peritonitis), ຜ່າຕັດໃສ້ຕິ່ງອັກເສບ (Appen dectomy), ຜ່າຕັດໜິ້ວພົກຍ່ຽວ (Cystolithotomy), ຜ່າຕັດຮູເຊື່ອມ (Fistular), ຜ່າຕັດລິດສີດວງທະວານ (Hemorr hoidec tomy), ຜ່າຕັດແປງອະໄວຍະວະເພດຍ້ອນສັກນໍ້າມັນ (peno plasty), ຜ່າຕັດໃສ່ທໍ່ພົກຍ່ຽວ (Cystostomy tube insertion), ຜ່າຕັດໃສ່ທໍ່ປອດ (Chest tube drainage), ຜ່າຕັດປູກໜັງ (Skin graft), ຜ່າຕັດຊີ້ນສ່ວນດິ້ວມືດິ້ວຕິນ (Amputation) ແລະ ຜ່າຕັດຄືນຮູບອະໄວຍະວະ (Reconstructionsurgery).

  ທັງນີ້ກໍ່ເພື່ອເປັນການຫຼຸດຜ່ອນການນໍາສົ່ງຄົນເຈັບກະທັນຫັນທີ່ຖືກບົ່ງມະຕິທີ່ຕ້ອງໄດ້ຮັບການຜ່າຕັດໃຫ້ໄດ້ຮັບການແກ້ໄຂປິ່ນປົວໄດ້ທ່ວງທັນກັບສະພາບການ,ທັງເປັນການສ້າງຄວາມເຂັ້ມແຂງໃນການຍົກລະດັບຄວາມເຊື່ອໝັ້ນດ້ານການບໍລິການ ແລະ ເປັນການຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານແພດ-ໝໍ ຢູ່ພາຍໃນເມືອງໃຫ້ສູງຂຶ້ນ.

---------

ຂ່າວ:  ເມືອງຊະນະຄາມ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ